ສະຫຼຸບການປະຕິບັດວຽກງານ ຄະນະກຳມະການ 3 ຝ່າຍຂັ້ນແຂວງ ກ່ຽວກັບສາຍພົວພັນແຮງງານ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ຂອງຄະນະກຳມະການ 3 ຝ່າຍຂັ້ນແຂວງ ກ່ຽວກັບວຽກງານສາຍພົວພັນແຮງງານ ປະຈຳປີ 2020 ແລະ ທິດທາງແຜນການ 2021 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 2 ກໍລະກົດ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ, ທ່ານ ດຳລົງ ທັບລາດ ປະທານສະຫະພັນກຳມະບານແຂວງ, ມີຄະນະກຳມະການຂັ້ນແຂວງ, ພາກສ່ວນກ່ຽວຂ້ອງ ແລະ ພະນັກງານວິຊາການເຂົ້າຮ່ວມ.

ຄະນະກຳມະການ 3 ຝ່າຍ ປະກອບມີພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ, ສະຫະພັນກຳມະບານ, ສະພາການຄ້າ ແລະ ອຸດສາຫະກຳແຂວງ ເປັນເສນາທິການໂດຍກົງ ໃຫ້ແກ່ຄະນະພັກ ອຳນາດການປົກຄອງແຂວງ ເປັນໃຈກາງໃນການພົວພັນ ກັບບັນດາພະແນກການ ພາກສ່ວນກ່ຽວຂ້ອງ ໃນການປະຕິບັດນະໂຍບາຍຂອງພັກ ລະບຽບກົດໝາຍຂອງລັດ ໃນການພັດທະນາເສດຖະກິດສັງຄົມ.

ໄລຍະ 1 ປີຜ່ານມາ ຄະນະກຳມະການ 3 ຝ່າຍ ໄດ້ສ້າງຕັ້ງກຸ່ມແຮງງານນອກລະບົບໃໝ່ ໄດ້ 1 ກຸ່ມ ( ກຸ່ມປູກຜັກອິນຊີ ) ມີສະມາຊິກ 25 ຄົນ ຍິງ 16 ຄົນ, ອົບຮົມບົດບາດຍິງ-ຊາຍ ແລະ ໂຄສະນາຕ້ານການຄ້າມະນຸດ ໄດ້ 1 ກຸ່ມ, ສຳເລັດການໄກ່ເກ່ຍຂໍ້ຂັດແຍ່ງ ລະຫວ່າງຜູ້ໃຊ້ແຮງງານ ແລະ ອອກແຮງງານຂອງບໍລິສັດ CBR ແລະ ບໍລິສັດນ້ຳງຽບ 1, ອົບຮົມທາງດ້ານການບໍລິຫານກຸ່ມແຮງງານ ແລະ ພັດທະນາແຜນທຸລະກິດ ໄດ້ 2 ກຸ່ມ, ເຜີຍແຜ່ສິດທິຂອງຜູ້ອອກແຮງງານ ແລະ ການປົກປ້ອງທາງດ້ານສັງຄົມ ໄດ້ 1 ຄັ້ງ, ອົບຮົມວຽກງານສົ່ງເສີມນະໂຍບາຍ ແລະ ການປັບປຸງແຜນປົກປ້ອງທາງສັງຄົມ, ອົບຮົມການເຈລະຈາຕໍ່ລອງ ແລະ ສ້າງສັນຍາແຮງງານລວມໝູ່ ໄດ້ 1 ກຸ່ມ.

ແຕ່ງຕັ້ງຜູ້ຕາງໜ້າອອກແຮງງານໄດ້ 2 ຫົວໜ່ວຍ, ໄດ້ຮັບຄຳຮ້ອງຂໍຄວາມເປັນທຳ 9 ກໍລະນີ ໄກ່ເກ່ຍສຳເລັດ 4 ກໍລະນີ, ອົບຮົມວຽກງານພັດທະນາສີມືແຮງງານໄດ້ 2.672 ຄົນ ຍິງ 1.126 ຄົນ ລື່ນຄາດໝາຍ 53,44%, ຈັດຫາວຽກງານໃຫ້ໄດ້ເຂົ້າເຮັດວຽກ 21 ຫົວໜ່ວຍແຮງງານ 800 ຄົນ ຍິງ 219 ຄົນ, ໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍແຮງງານ, ກົດໝາຍວ່າດ້ວຍກຳມະບານລາວ ແລະ ນິຕິກຳຕ່າງໆໄດ້ 38 ແຫ່ງ, ລົງເກັບກຳຂໍ້ມູນຄ່າຈ້າງແຮງງານ ຫຼື ເງິນເດືອນຕ່ຳສຸດຂອງຫົວໜ່ວຍແຮງງານໄດ້ 37 ຫົວໜ່ວຍ, ເກັບກຳຂໍ້ມູນຜູ້ອອກແຮງງານລາວທີ່ກັບມາຈາກຕ່າງປະເທດ ເນື່ອງຈາກໂຈະ ແລະ ປິດກິດຈະການ ໄລຍະໂຄວິດ 19 ຈຳນວນ 2.298 ຄົນ ຍິງ 1.700 ຄົນ ແລະ ມີແຮງງານລາວທີ່ຍັງຕົກຄ້າງຢູ່ຕ່າງປະເທດ 3.837 ຄົນ ຍິງ 2.903 ຄົນ.

ສຳລັບທິດທາງແຜນການໃນຕໍ່ໜ້າ ສືບຕໍ່ໂຄສະນາແນວທາງຂອງພັກ, ກົດໝາຍຂອງລັດ ແລະ ນິຕິກຳຕ່າງໆ ໃຫ້ທົ່ວເຖິງ, ສືບຕໍ່ຕິດຕາມ ຊຸກຍູ້ການປະຕິບັດຄ່າແຮງງານຂັ້ນຕ່ຳ ການນຳໃຊ້ແຮງງານ ດ້ານສະຫວັດດີການ ໃຫ້ຖືກຕ້ອງຕາມກົດໝາຍ ໃຫ້ໄດ້ 12 ແຫ່ງຂຶ້ນໄປ, ຊຸກຍູ້ບັນດາຫົວໜ່ວຍແຮງງານ ສ້າງກົດລະບຽບແຮງງານພາຍໃນຫົວໜ່ວຍແຮງງານໃຫ້ໄດ້ 6 ໜ່ວຍແຮງງານຂຶ້ນໄປ, ຊຸກຍູ້ໃຫ້ບັນດາຫົວໜ່ວຍແຮງງານ ນຳເອົາກຳມະກອນ ຫຼື ຜູ້ອອກແຮງງານ ເຂົ້າເປັນສະມາຊິກອົງການປະກັນສັງຄົມໃຫ້ໄດ້ 10 ຫົວໜ່ວຍຂຶ້ນໄປ, ຊຸກຍູ້ຜູ້ໃຊ້ແຮງງານ ແຕ່ງຕັ້ງຄະນະກຳມະການຄວາມປອດໄພ ແລະ ສຸຂະພາບແຮງງານໃຫ້ໄດ້ 10 ແຫ່ງຂຶ້ນໄປ ແລະ ສ້າງຫົວໜ່ວຍແຮງງານໃຫ້ໄດ້ມາດຕະຖານແຫ່ງຊາດ ໃຫ້ໄດ້ 1 ຫົວໜ່ວຍແຮງງານ.

About admins16