ສະຫຼຸບການຈັດຕັ້ງປະຕິບັດວຽກງານ ສະກັດກັ້ນການຖາງປ່າເຮັດໄຮ່ແບບຊະຊາຍ

      ຕອນບ່າຍຂອງວັນທີ 21 ມັງກອນ 2022 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມສະຫຼຸບວຽກງານການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ການຖາງປ່າເຮັດໄຮ່ແບບຊະຊາຍ ຢູ່ເຂດຫວງຫ້າມ ປະຈໍາປີ 2021 ແລະ ວາງທິດທາງແຜນການປີ 2022 ໂດຍການເປັນປະທານຮ່ວມຂອງ ທ່ານ ອາລຸນສັກ ປະທໍາມະວົງ ຮອງເຈົ້າເມືອງວຽງທອງ, ທ່ານ ສອນໄຊ ພົມມະວົງ ຮອງຫົວໜ້າພະແນກກະສິກໍາ – ປ່າໄມ້ ແຂວງບໍລິຄໍາໄຊ, ມີບັນດາພະນັກງານຫ້ອງການ, ເຈົ້າໜ້າທີ່ກ່ຽວຂ້ອງ ແລະ ນາຍບ້ານ 34 ບ້ານ ເຂົ້າຮ່ວມ.

      ກອງປະຊຸມ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງວຽງທອງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບວຽກງານປ້ອງກັນ, ສະກັດກັ້ນການຖາງປ່າເຮັດໄຮ່, ຈູດປ່າຊະຊາຍ ແລະ ເກັບອາວຸດລ່າເນື້ອແບບດັບສູນ ຢູ່ເມືອງວຽງທອງ,​ ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ສະກັດກັ້ນໄຟລາມປ່າ, ສະກັດກັ້ນການຖາງປ່າເຮັດໄຮ່ແບບຊະຊາຍ ແລະ ຢຶດອາວຸດຕ່າງໆທີ່ເປັນເຄື່ອງມືຕັດໄມ້, ລ່າເນື້ອ, ຫາປາ, ເຄື່ອງປ່າຂອງດົງ ແບບດັບສູນ ແລະ ບໍ່ຖືກຕ້ອງ.

ໃນໄລຍະ 1 ປີຜ່ານມາ ເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ລົງສົມທົບກັບອໍານາດການປົກຄອງບ້ານ ເຊື່ອມຊຶມເອກະສານ, ນິຕິກໍາຕ່າງໆ, ກົດໝາຍວ່າດ້ວຍປ່າໄມ້, ສັດນໍ້າ, ສັດປ່າ, ກົດໝາຍວ່າດ້ວຍອາຍາ, ສຶກສາອົບຮົມແນວຄິດການເມືອງໃຫ້ປະຊາຊົນໄດ້ຮັບຮູ້ເຂົ້າໃຈ, ພ້ອມທັງຕິດຕາມ, ກວດກາ ຢຶດໄດ້ໄມ້, ສັດນໍ້າ, ສັດປ່າ ແລະ ເຄື່ອງປ່າຂອງດົງ ທັງໝົດ 14 ຄັ້ງ, ໃນນັ້ນ ສັດນໍ້າ-ສັດປ່າ ຈໍານວນ 32 ໂຕ, ສິ້ນສ່ວນສັດປ່າ 259,8 ກິໂລ, ໄມ້ຕັບ ຈໍານວນ 346 ຕັບ ເທົ່າກັບ 153,367 ແມັດກ້ອນ, ໄມ້ທ່ອນ 28 ທ່ອນ ເທົ່າກັບ 28,359 ແມັດກ້ອນ, ສ້າງບົດບັນທຶກຕໍ່ຜູ້ລະເມີດການບຸກລຸກຈັບຈອງດີນໂດຍບໍ່ຖືກຕ້ອງຢູ່ໃນເຂດຄຸ້ມຄອງການນໍາໃຊ້ ຈໍານວນ 16 ຕອນ, ເນື້ອທີ 12,03 ເຮັກຕ່າ, ພົບເຫັນເນື້ອທີໄຮ່ໄຟລາມປ່າ ຈໍານວນ 58,06 ເຮັດຕ່າ, ຢຶດໄດ້ ປືນແກັບ ຈໍານວນ 14 ກະບອກ, ປືນແວ່ງ 4 ກະບອກ, ຈັກສະຕີ່ນ 14 ເຄື່ອງ, ຈັກວິນໄມ້ 4 ເຄື່ອງ.

ຕໍ່ກັບບັນຫາດັ່ງກ່າວ ໄດ້ນໍາໃຊ້ມາດຕະການສຶກສາອົບຮົມ, ປັບໄໝ ແລະ ກັກຕົວຜູ້ຖືກຫາມາດໍາເນີນຄະດີຕາມກົດໝາຍ.

 

About admin11