ສະຫະພັນແມ່ຍິງແຂວງ ເປີດບັ້ນດຳເນີນຊີວິດການເມືອງ ປະຈຳປີ 2020

 

ບັ້ນດຳເນີນຊີວິດການເມືອງກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກຮາກຖານສະຫະພັນແມ່ຍິງແຂວງ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 8 ທັນວາ 2020 ຢູ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງສະຫາຍນາງ ຄຳປິວ ສີສົມບັດ ວ່າການເລຂາໜ່ວຍພັກຮາກຖານສະຫະພັນແມ່ຍິງແຂວງ, ມີສະມາຊິກພັກ ແລະ ພະນັກງານລັດຖະກອນ ພາຍໃນຫ້ອງການແມ່ຍິງແຂວງເຂົ້າຮ່ວມ.

ໃນພິທີ ໄດ້ເຊື່ອມຊືມຄຳສັ່ງຂອງກົມການເມືອງສູນກາງພັກເລກທີ 01/ກມສພ, ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ເລກທີ 291/ຄຈສພ ແລະ ຄໍາສັ່ງຂອງຄະນະປະຈໍາພັກແຂວງ ເລກທີ 827/ຄປພ.ຂບຊ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ້ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ມາດຕະການຈັດຕັ້ງປະຕິບັດ: ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຜົນງານທີ່ໂດດເດັ່ນ ແລະ ດ້ານດີ, ເດັດດ່ຽວປັບປຸງ, ແກ້ໄຂຈຸດອ່ອນຂໍ້ຄົງຄ້າງ ແລະ ສິ່ງທ້າທາຍທົດສອບ ທີ່ເປັນໄພອັນຕະລາຍຕໍ່ພັກເຮົາ ແນໃສ່ເຊີດຊູບົດບາດຄວາມສາມາດນຳພາຂອງພັກ ແລະ ຍົກສູງ ຄວາມເປັນແບບຢ່າງນຳໜ້າ ຂອງຖັນແຖວສະມາຊິກພັກ ຮັບປະກັນໃຫ້ພັກເຮົາມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເຮັດໃຫ້ການຈັດຕັ້ງປະຕິບັດໃຫ້ສອດຄ່ອງ ແລະ ເປັນເອກະພາບໃນທົ່ວພັກ ເພື່ອຮັບປະກັນໃຫ້ການນຳພາຂອງພັກ ຕອບສະໜອງໄດ້ຄວາມເລັ່ງທວງຂອງການພັດທະນາປະເທດຊາດໃນເງື່ອນໄຂ ແລະ ສະພາບແວດລ້ອມໃໝ່ ສາມາດນຳພາຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດວາງອອກ ແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ, ນຳພາແກ້ໄຂຄວາມທຸກຍາກຂອງປະຊາຊົນ ເພື່ອສ້າງບ້ານໃຫ້ກາຍເປັນບ້ານພັດທະນາ, ເຮັດໃຫ້ຊີວິດການເປັນຢູ່ຂອງສະມາຊິກພັກ, ພະນັກງານ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ຮັບການປັບປຸງນັບມື້ນັບດີຂຶ້ນ.

 ຈາກນັ້ນ ບັນດາສະຫາຍສະມາຊິກພັກ ຈະໄດ້ຂຽນໃບສຳຫຼວດຕົນເອງ ພ້ອມທັງຜ່ານໃບສຳຫຼວດ ເພື່ອຕີລາຄາຕົນເອງ ແລະ ສົ່ງຂ່າວ, ຕໍານິຕິຊົມສະມາຊິກພັກພາຍໃນໜ່ວຍ ແລະ ກໍ່ສ້າງຊ່ວຍເຫຼືອເຊີ່ງກັນ ແລະ ກັນ ເຊິ່ງຈະໄດ້ດຳເນີນໄປເປັນເວລາ 3 ວັນຈຶ່ງຈະສຳເລັດ.

About admins16