ສະຫະພັນແມ່ຍິງແຂວງ ຝຶກອົບຮົມການຄຸ້ມຄອງ – ບໍລິຫານການເງິນ

ໃນລະຫວ່າງວັນທີ 31 ສິງຫາ – 2 ກັນຍາ 2022 ຢູ່ທີ່ຫ້ອງປະຊຸມສະຫະພັນແມ່ຍິງແຂວງ ໄດ້ຈັດພິທີຝຶກອົບຮົມການຄຸ້ມຄອງ – ບໍລິຫານການເງິນຂອງໂຄງການ ທີ່ສະໜັບສະໜູນຈາກອົງການ UNFPA ເຊິ່ງຈັດຂຶ້ນໂດຍ ສູນກາງສະຫະແມ່ຍິງລາວ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ວຽງແກ້ວ ຈັນທະວົງ ຮອງຫົວໜ້າຫ້ອງການ ສູນກາງສະຫະພັນແມ່ຍິງລາວ, ທ່ານ ນາງ ສີສຸວັນ ວໍຣະບຸດ ຕາງໜ້າໂຄງການສະຫະປະຊາຊາດທືນສຳລັບປະຊາກອນ UNFPA ແລະ ທ່ານ ນາງ ວິລະພອນ ພົມມະວົງສາ ຮອງປະທານສະຫະພັນແມ່ຍິງແຂວງ, ມີບັນດານັກສຳມະນາກ່ອນພາຍໃນສະຫະພັນແມ່ຍິງ ເຂົ້າຮ່ວມ.

ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ເພື່ອເຮັດໃຫ້ພະນັກງານສະຫະພັນແມ່ຍິງແຂວງຮັບຮູ້ ແລະ ເຂົ້າໃຈກ່ຽວກັບການຂື້ນແຜນງົບປະມານ, ການປະກອບເອກະສານຕ່າງໆ ທີ່ພົວພັນກັບງົບປະມານທີ່ໄດ້ຮັບທືນສະໜັບສະໜູນຈາກໂຄງການ UNFPA ເພື່ອໄປປັບປຸງ ແລະ ສ້ອມແປງອາຄານສູນໃຫ້ຄຳປຶກສາ ແລະ ຝຶກອົບຮົມວິຊາຊິບ ໃຫ້ແກ່ສະຫະພັນແມ່ຍິງແຂວງບໍລິຄຳໄຊ ແລະ ວຽກງານສະຫະພັນແມ່ຍິງດ້ານຕ່າງໆ.

About admins14