ສະຫະພັນແມ່ຍິງແຂວງ ຈັດຝຶກອົບຮົມພາວະການເປັນຜູ້ນຳ ໃຫ້ແມ່ຍິງເມືອງບໍລິຄັນ

ໃນລະຫວ່າງວັນທີ 31 ສິງຫາ – 2 ກັນຍາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການ ເມືອງບໍລິຄັນ ແຂວງບໍລິຄຳໄຊ ສະຫະພັນແມ່ຍິງແຂວງ ໄດ້ຈັດກອງປະຊຸມຝຶກອົບຮົມວຽກງານປູກຈິດສຳນຶກກ່ຽວກັບພາວະການເປັນຜູ້ນໍາ ໃຫ້ຄະນະພັດທະນາບ້ານທີ່ເປັນແມ່ຍິງ, ໃຫ້ກຽດເຂົ້າຮ່ວມເປັນປະທານ ໂດຍທ່ານ ບຸນມີ ວໍລະຈັກ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ, ມີສະຫະພັນແມ່ຍິງເມືອງ ແລະ ບັນດາບ້ານເປົ້າໝາຍຂອງໂຄງການຈຳນວນ 12 ບ້ານ ເຊິ່ງໄດ້ຮັບການສະໜັບສະໜູນໂດຍ ລັດຖະບານລາຣຊະອານາຈັກລຸກຊຳບວກ.

ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ເພື່ອສ້າງຄວາມເຂັ້ມແຂງໃຫ້ຄະນະພັດທະນາບ້ານທີ່ເປັນແມ່ຍິງ ສ້າງຄວາມຮູ້, ຄວາມສາມາດໃນການເຄື່ອນໄຫວວຽກງານໃຫ້ຜູ້ເຂົ້າຮ່ວມຮັບຮູ້ ແລະ ເຂົ້າໃຈຕໍ່ພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະຫະພັນແມ່ຍິງລາວ ແລະ ມາລະຍາດໃນສັງຄົມ, ຄວາມຮູ້ພື້ນຖານຂອງພາວະການເປັນຜູ້ນໍາ, ສ້າງຈິດສຳນຶກໃນການປະຕິບັດຄວາມສະເໝີພາບຍິງ – ຊາຍ ເພື່ອຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ, ຕ້ານການຄ້າມະນຸດ ໃນເງື່ອນໄຂປະຈຸບັນການພັດທະນາແມ່ຍິງແມ່ນເປັນບັນຫາທີ່ມີຄວາມສຳຄັນ ເພື່ອເປັນການສ້າງເງື່ອນໄຂ ແລະ ໂອກາດໃຫ້ແມ່ຍິງເຂົ້າຮ່ວມໃນການພັດທະນາເສດຖະກິດ-ສັງຄົມໃຫ້ມີການພັດທະນາຂຶ້ນໄປເລື້ອຍໆ.

ຊຸດອົມຮົມ ຍັງໄດ້ຮັບຟັງການມີຄໍາເຫັນຊີ້ນໍາຂອງທ່ານ ບຸນມີ ວໍລະຈັກ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ ວ່າ ການຝຶກອົບຮົມໃນຄັ້ງນີ້ ເປັນບາດກ້າວໜຶ່ງທີ່ສໍາຄັນ ເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ຄະນະພັດທະນາບ້ານທີ່ເປັນແມ່ຍິງ ແລະ ທາງດ້ານແບບແຜນວິທີເຮັດວຽກ, ພ້ອມກັນສຸມກໍາລັງ, ສະຕິປັນຍາເພື່ອຈັດຕັ້ງປະຕິບັດປຸກລະດົມ, ຊຸກຍູ້ເອື້ອຍນ້ອງແມ່ຍິງພາຍໃນບ້ານໃຫ້ມີຄວາມຮູ້, ຄວາມສາມາດ ແລະ ເຂົ້າໃຈເປັນເຈົ້າການໃນການພັດທະນາບ້ານ, ຮຽກຮ້ອງມາຍັງຄະນະສະຫະພັນແມ່ຍິງບ້ານຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າປະກອບຄໍາຄິດ, ຄໍາເຫັນດ້ວຍຄວາມຈິງໃຈ ແລະ ແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ ເພື່ອຈະນໍາໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານຂອງຕົນໃຫ້ໄດ້ຮັບຜົນສໍາເລັດ.

About admins14