ສະຫະພັນແມ່ຍິງແຂວງເຂົ້າຮ່ວມກອງປະຊຸມສໍາມະນາແມ່ຍິງ 3 ປະເທດ

ໃນວັນທີ 28 ກັນຍາ 2022 ຢູ່ຫ້ອງປະຊຸມສະຫະພັນແມ່ຍິງແຂວງ ທ່ານ ນາງ ຄຳປິວ ສີສົມບັດ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສໍາມະນາແມ່ຍິງ 3 ປະເທດ ໂດຍຜ່ານລະບົບກອງປະຊຸມທາງໄກ ໃນຫົວຂໍ້ “ ແມ່ຍິງຫວຽດນາມ, ລາວ ແລະ ກຳປູເຈຍ ເຊື່ອມໂຍງ, ຮ່ວມມືເພື່ອການພັດທະນາສີຂຽວ ແລະ ຍືນຍົງ ໃນໂລກທີ່ມີພະຍາດໂຄວິດ-19 ’’ ທີ່ນະຄອນຫຼວງວຽງຈັນ ເຊິ່ງຈັດຂື້ນໂດຍສູນກາງສະຫະພັນແມ່ຍິງລາວ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ, ແນວຄວາມຄິດການຮ່ວມມື, ເຊື່ອມໂຍງເພື່ອສົ່ງເສີມບົດບາດຂອງແມ່ຍິງໃນການພັດທະນາສີຂຽວ ແລະ ຍືນຍົງ, ຍົກສູງຄວາມສາມາດຂອງແມ່ຍິງ ຜ່ານບັນດາສິ່ງທ້າທາຍໃນສະພາບການແຜ່ລະບາດພະຍາດໂຄວິດ-19, ສົ່ງເສີມຄວາມຮູ້ກ່ຽວກັບ ການປ່ຽນແປງດິນຟ້າອາກາດ ແລະ ຄວາມຈໍາເປັນໃນການຫຼຸດຜ່ອນການປ່ອຍອາຍກາກໂບນິກຕິດພັນກັບບົດບາດຍິງ-ຊາຍ, ສົ່ງເສີມຄວາມຮູ້, ການເອົາໃຈໃສ່ ແລະ ການຮ່ວມມືກັບບັນດາອົງການ-ກະຊວງ, ການຈັດຕັ້ງພາຍໃນປະເທດ ແລະ ບັນດາສົນທິສັນຍາຂອງສາກົນກ່ຽວກັບການຫຼຸດຜ່ອນອາຍກາກໂບນິກ ແລະ ການປ່ຽນແປງດິນຟ້າອາກາດ ແລະ ບົດບາດຂອງອົງການຈັດຕັ້ງແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ, ໃນສົນທິສັນຍາສັນປາຣີ ກ່ຽວກັບການປ່ຽນແປງດິນຟ້າອາກາດ.

About admins14