ສະຫະພັນແມ່ຍິງແຂວງບໍລິຄຳໄຊ ລົງເຄື່ອນໄຫວຊຸກຍູ້ປະຊາຊົນບ້ານໂພນງາມ, ເມືອງໄຊຈຳພອນ

  

ໃນຕອນບ່າຍ ຂອງວັນທີ 16 ທັນວາ 2020 ນີ້ ທ່ານ ນາງ ຄຳປີວ ສີສົມບັດ ກຳມະການພັກແຂວງ, ປະທານສະຫະພັນແມ່ຍິງແຂວງບໍລິຄຳໄຊ ພ້ອມດ້ວຍທີມງານໄດ້ສົມທົບກັບສະຫະພັນແມ່ຍີງເມືອງໄຊຈຳພອນ ລົງຊຸກຍູ້ ສະຫະພັນແມ່ຍິງບ້ານໂພນງາມ ໃຫ້ມີອາຊີບ, ມີສີມືແຮງງານ, ມີວຽກເຮັດງານທຳ ແລະ ມີລາຍຮັບເປັນປົກກະຕິການດໍາລົງຊີວິດນັບມືນັບດີຂື້ນສາມາດລຫຼຸດພົ້ນອອກຈາກຄວາມທຸກຍາກດ້ວຍໄວ ເຊີ່ງພິທີໄດ້ຈັດຢູ່ທີ່ຫ້ອງການບ້ານໂພນງາມ, ເມືອງໄຊຈຳພອນ.

ໃນພິທີ ທ່ານ ນາງ ພິມພອນ ຕ່າງໜ້າໃຫ້ກັບສະຫະພັນບ້ານໂພນງາມ ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານກອງທຶນຕໍ່າຫູກ ໄດ້ໃຫ້ຮູ້ວ່າບ້ານໂພນງາມເປັນບ້ານໜື່ງທີ່ມີມູນເຊື້ອວັດທະນະທຳການຕໍ່າຫູກທໍໄໝ ມາແຕ່ດຶກດຳບັນຈາກລຸ້ນສູ່ລຸ້ນຕໍ່ໆກັນມາ ໂດຍການປຸກມອນລ້ຽງມອ້ນ ແລະ ການປຸກຝ້າຍ ເປັນການຜະລິດເພື່ອຕອບສະໜອງໃນຊີວິດປະຈຳວັນເທົ່ານັ້ນ, ມາໃນປີ 2019 ກອງທຶນໜຶ່ງດວງໃຈບໍລິຄຳໄຊຊ່ວຍເຫຼືອສັງຄົມ ລົງມາຊຸກຍູ້ທາງດ້ານທຶນຮອນ ຈຳນວນໜື່ງເຂົ້າໃນການຜະລິດ, ກອງທຶນນີ້ໄດ້ເລີ່ມຈັດຕັ້ງປະຕິບັດແຕ່ 20 ກັນຍາ 2019 ເຊີ່ງເປັນຕົ້ນທຶນທັງໝົດ 45, 000,000ກີບ ນໍາໃຊ້ເຂົ້າໃນການຕໍ່າຫູກ ເຫັນໄດ້ວ່າ 1ປີ ຜ່ານມາສະຫະພັນແມ່ຍິງເມືອງໄດ້ລົງຕິດຕາມກວດກາສະຫຼຸບຖອດຖອນບົດຮຽນເຊີ່ງກັນ ແລະ ກັນ 2ຄັ້ງ ມາຮອດປັດຈຸບັນ ການນຳຈຳໜ່າຍ ແລະ ຂາຍສີ້ນໝີ່ ໄດ້ 100 ຜືນ, ສີ້ນໝີ່ໄໝ 40 ຜືນ, ສີ້ນໄໝເກາະ 140 ຜືນ, ສີ້ນເກາະຝ້າຍ 80 ຜືນ, ສີ້ນຄົມ 140 ຜືນ, ສີ້ນມຸກ 80 ຜືນ ສີ້ນເກາະ 60ຜືນ ແລະ ແພເສື້ອ 231ຜືນ ຂາຍອອກໄປທັງໝົດຈຳນວນ 640 ຜືນ, ລວມລາຍໄດ້ 67,875,000ກີບ, ຕົ້ນທືນການຜະລິດ 23,564,000ກີບ ກໍາໄລ 44,311,000ກີບ.

ມາຮອດຕອນທ້າຍພິທີ ທ່ານ ນາງ ຄຳປີວ ສີສົມບັດ ກຳມະການພັກແຂວງ, ປະທານສະຫະພັນແມ່ຍິງແຂວງບໍລິຄຳໄຊ ໂອ້ລົມ ຊົມເຊີຍໃນຄວາມເຂັ້ມແຂງ ແລະ ຜົນງານທີ່ສະຫະພັນແມ່ຍິງບ້ານທີ່ສາມາດຕໍ່າຫູກທໍໄໝ ສ້າງເສດຖະກິດຄອບຄົວໄດ້ຈົນກາຍເປັນອາຊີບຕົ້ນຕໍ, ທ່ານພ້ອມທີມງານຍັງໄດ້ນຳເອົາເຄື່ອງອຸປະໂພກ ມອບໃຫ້ປະຊາຊົນ ເນື່ອງໃນໂອກາດ ວັນສະຖາປະນາ ວັນຊາດ ທີ່ 2ທັນວາ ຄົບຄອບ 45ປີ ແລະ ວັນຄ້າຍວັນເກີດທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 100ປີ.

About admin11