ສະຫະພັນແມ່ຍິງເມືອງ ວຽທອງ ເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຄັ້ງທີ 6 ສະໄໝທີ VII


ໃນວັນທີ 18 ພະຈິກ 2020 ທີ່ຫ້ອງປະຊຸມຊັ້ນ III ຫ້ອງວາການ ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊື່ມມະຕິກອງປະຊຸມ ຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຄັ້ງທີ 6 ສະໄໝທີ VII, ບົດໂອ້ລົມຂອງສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ຕໍ່ກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຄັ້ງທີ 6 ສະໄໝທີ VII ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ວັນຄຳ ເພັດໄຊຍະວົງ ປະທານແນວລາວສ້າງຊາດເມືອງ, ມີປະທານສະຫະພັນແມ່ຍິງເມືອງ, ປະທານຮາກຖານ, ປະທານໜ່ວຍ ແລະ ສະມາຊິກສະຫະພັນແມ່ຍິງ ເຂົ້າຮ່ວມ.


ທ່ານ ນາງ ລຳພອນ ເທບວົງໄຊ ປະທານສະຫະພັນແມ່ຍິງເມືອງ ໄດ້ໃຫ້ກຽດຂື້ນເຜີຍແຜ່ເຊື່ອມຊື່ມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຄັ້ງທີ 6 ສະໄໝທີ VII, ບົດໂອ້ລົມຂອງສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ຕໍ່ກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຄັ້ງທີ 6 ສະໄໝທີ VII ເຊິ່ງມະຕິຂອງກອງປະຊຸມ ໄດ້ຮັບຮອງເອົາເນື້ອໃນທີສຳຄັນ ເປັນຕົ້ນແມ່ນ: ບົດສະຫຼູບຕິລາຄາການເຄື່ອນໄຫວວຽກງານຮອບດ້ານຂອງສະຫະພັນແມ່ຍິງ 9 ເດືອນຜ່ານມາ, ບົດສະຫຼູບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຄັ້ງທີ 5 ສະໄໝ VII, ກອງປະຊຸມໄດ້ຄົ້ນຄວ້າ ແລະ ເຫັນດີເປັນເອກະພາບວາງທິດທາງ ແລະວຽກງານຈຸດສຸມໃນໄລຍະ 3 ເດືອນທ້າຍປີ 2020 ແລະ 2021.

      ໃນກອງປະຊຸມ ຍັງໄດ້ຮັບຟັງການເຜີຍແຜ່ເຊື່ອມຊື່ມ ວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ຄົບຮອບ 20 ປີ ( 25 ພະຈິກ 2000 – 25 ພະຈິກ 2020) ຈາກທ່ານ ວັນຄໍາ ເພັດໄຊຍະວົງ ປະທານແນວລາວສ້າງຊາດເມືອງ, ຈຸດປະສົງ ກໍ່ເພື່ອເຮັດໃຫ້ບັນດາສະຫະພັນແມ່ຍິງແຕ່ລະສະຫາຍ ໄດ້ຮັບຮູ້ບັນດາເນື້ອໃນຂອງກອງປະຊຸມ ແລ້ວພ້ອມກັນນຳໄປສ້າງເປັນແຜນການ ແລ້ວຈັດຕັ້ງປະຕິບັດຢູ່ໃນແຕ່ລະຮາກຖານ ໃຫ້ມີຜົນສຳເລັດຢ່າງຈົບງາມ.

About admin11