ສະຫະພັນແມ່ຍິງຮາກຖານ ປກສ ແຂວງ ບໍລິຄໍາໄຊ ຈັດພິທິປາຖະກະຖາມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 66 ປີ

ຢູ່ທີ່ຫ້ອງປະຊຸມເບີ 1 ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ຕອນເຊົ້າວັນທີ 02 ສິງຫາ 2021 ສະຫະພັນແມ່ຍິງຮາກຖານ ປກສ ແຂວງ ໄດ້ຈັດພິທິປາຖະກະຖາມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 66 ປີ ( ວັນທີ 20 ກໍລະກົດ 1955 – 20 ກໍລະກົດ 2021 ) ໂດຍການເປັນປະທານ ແລະ ໃຫ້ກຽດປາຖະກະຖາວັນສໍາຄັນດັ່ງກ່າວ ໂດຍ ທ່ານ ພັອ ກົງຈັນ ໄຊປັນຍາ  ຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ, ມີບັນດາຫົວໜ້າ, ຄະນະຫ້ອງອ້ອມຂ້າງ, ຮາກຖານຊາວໜຸ່ມ, ຄະນະຮາກຖານແມ່ຍິງ ພ້ອມດ້ວຍສະມະຊິກແມ່ຍິງອ້ອມຂ້າງ ເຂົ້າຮ່ວມ.

ສະຫາຍ ພັອ ກົງຈັນ ໄຊປັນຍາ ໄດ້ຍົກໃຫ້ເຫັນການກໍາເນີດເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນແມ່ຍິງລາວ, ພັກຖືວ່າ ແມ່ຍິງແມ່ນເປັນກໍາລັງໜຶ່ງທີ່ສໍາຄັນ, ເປັນກໍາລັງແຮງອັນໃຫ່ຍຫຼວງ ໃນທຸກຂົງເຂດວຽກງານ, ມີບົດບາດ, ຖານະທີ່ຕັ້ງສໍາຄັນຍີ່ງໃນຄອບຄົວ, ສາມາດຕັດສີນຕໍ່ພາລະກິດຂອງລູກ ແລະ ຜົວ, ອົງການຈັດຕັ້ງສະຫະພັນແມ່ຍິງລາວ ໂດຍພາຍໃຕ້ການນໍາພາຂອງພັກ ແລະ ໄດ້ຮັບຜົນຈາກຂະບວນການປະຕິວັດຂອງແມ່ຍິງໃນທົ່ວໂລກ ເຖິງສິດເສລີພາບ, ຄວາມສະເໝີພາບລະຫວ່າງຍິງ-ຊາຍ ທາງດ້ານການເມືອງ, ເສດຖະກິດ, ສັງຄົມ, ອົງການຈັດຕັ້ງແມ່ຍິງຂັ້ນຮາກຖານຈຶ່ງໄດ້ກໍາເນີດຂຶ້ນໂດຍເລີ່ມຈາກການຈັດຕັ້ງໜ່ວຍແມ່ນັກຮົບຢູ່ຊົນນະບົດ, ໜ່ວຍຍຸວັນນະລີຢູ່ຕາມຕົວເມືອງ, ການຈັດຕັ້ງໄດ້ເຄື່ອນໄຫວວຽກງານ ແລະ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງກວ້າງຂວາງ.

ໃນວັນທີ 20 ກໍລະກົດ 1955 ພັກໄດ້ຈັດຕັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍິງຂຶ້ນຢ່າງເປັນທາງການ ແລະ ທັງເປັນຕົ້ນກໍາເນີດຂອງອົງການຈັດຕັ້ງ ສະຫະພັນແມ່ຍິງລາວ ໂດຍໄດ້ແຕ່ງຕັ້ງ ທ່ານ ນາງ ຄໍາຫຼ້າ ວົງສັກ ເປັນຫົວໜ້າ, ທ່ານ ນາງ ຄໍາສຸກ ວົງວິຈິດ ເປັນຮອງ ແລະ ທ່ານ ນາງ ຄໍາແພງ ບຸບຜາ ເປັນກໍາມະການ ເພື່ອຊີ້ນໍາ-ນໍາພາອົງການຈັດຕັ້ງແມ່ຍິງ ແລະ ຂົນຂວາຍຂະບວນການແມ່ຍິງໃນທົ່ວປະເທດເຂົ້າຮ່ວມການປະຕິວັດປົດປ່ອຍຊາດ ເຊິ່ງມີພາລະບົດບາດໜ້າທີ່ເບິ່ງແຍງ, ຊຸກເຊື່ອງ, ຕິດຕໍ່, ສົ່ງຂ່າວພະນັກງານ, ທະຫານປະຕິວັດ, ລໍາລຽງອາຫານ, ອາວຸດ, ເຄື່ອງນຸ່ງຫົ່ມໃຫ້ພະນັກງານ-ນັກຮົບ ຢູ່ແນວໜ້າ ແລະ ເຂົ້າຮ່ວມໃນການສູ້ຮົບຄ່ຽງບ່າ, ຄຽງໄຫຼ ກັບ ນັກຮົບຊາຍ ຢ່າງພິລະອາດຫານ.

ອົງການຈັດຕັ້ງສະຫະພັນແມ່ຍິງລາວ ຕັ້ງແຕ່ເລີ່ມກໍ່ຕັ້ງຈົນເຖິງປັດຈຸບັນ ສາມາດສໍາເລັດກອງປະຊຸມໃຫຍ່ຂອງຕົນໄດ້ 07 ຄັ້ງ, ເຊິ່ງແຕ່ລະຄັ້ງໄດ້ມີການຮັບຮອງເອົາເນື້ອໃນຄໍາຂວັນທີ່ເປັນຂໍ້ແຂ່ງຂັນຂອງສະຫະພັນແມ່ຍິງ ທີ່ແຕກຕ່າງກັນແຕ່ລະສະໄໝ ຈົນຮອດສະໄໝປັດຈຸບັນກໍ່ຄື ສະໄໝຂອງກອງປະຊຸມໃຫຍ່ຄັ້ງທີ VII ໄດ້ຮັບຮອງເອົາຄໍາຂວັນ ພັດທະນາຄວາມສະເໝີພາບຍິງ-ຊາຍ ຕິດພັນກັບການພັດທະນາປະເທດຊາດ ແລະ ຂໍ້ແຂ່ງຂັນ 03 ດີ ຄື: ພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີ, ພ້ອມນັ້ນ ຍັງຮັບຮອງເອົາແຜນພັດທະນາແມ່ຍິງແຕ່ປີ 2016-2020 ມີ 08 ແຜນງານ 34 ໂຄງການ ຂອງສະຫະພັນແມ່ຍິງລາວ ວ່າງອອກ.

ປະຈຸບັນ ສູນກາງສະຫະພັນແມ່ຍິງລາວ ໄດ້ສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VII ເປັນຕົ້ນ ການສຶກສາອົບຮົມທາງດ້ານການເມືອງ-ແນວຄິດ, ຂະບວນການ, ການປັບປຸງການຈັດຕັ້ງ, ການປະຕິບັດຄໍາຂວັນ ແລະ ຂໍ້ແຂ່ງຂັນ 03 ດີ ກັບການສ້າງຄອບຄົວ ແລະ ບ້ານແມ່ຍິງ 03 ດີ ຕິດພັນກັບການສ້າງບ້ານພັດທະນາຕາມທິດ 03 ສ້າງ, ການປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ, ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ຄວາມສະເໝີພາບລະຫວ່າງຍິງ-ຊາຍ, ສົ່ງເສີມທາງດ້ານວິຊາຊີບ ແລະ ການຫາລາຍໄດ້ໃຫ້ກັບແມ່ຍິງ, ພ້ອມທັງການເຄື່ອນໄຫວວຽກງານດ້ານຕ່າງໆທີ່ພົວພັນກັບຕ່າງປະເທດ.

ນອກນັ້ນ ຍັງໄດ້ຍົກໃຫ້ເຫັນປະຫວັດການເຄື່ອນໃຫວຂອງອົງການຈັດຕັ້ງສະຫະພັນແມ່ຍີງ ຮາກຖານ ປກສ ແຂວງ ບໍລິຄໍາໄຊ ໃນແຕ່ລະໄລຍະ, ໄດ້ຍົກໃຫ້ເຫັນການຫວນຄືນທາງດ້ານປະຫວັດສາດແຫ່ງການສ້າງຕັ້ງ ແລະ ຂະຫຍາຍກວ້າງອອກຢ່າງຮອບດ້ານຂອງສະຫະພັນແມ່ຍິງ ປກສ ແຂວງ ແຕ່ປີ 1994 ຈົນເຖິງປັດຈຸບັນ ສະຫາຍ ຍັງໄດ້ເນັ້ນໜັກໃຫ້ຄະນະສະຫະພັນແມ່ຍິງຮາກຖານ, ຄະນະໜ່ວຍ ແລະ ບັນດາເອື້ອຍນ້ອງສະມະຊິກແມ່ຍິງກໍາລັງປ້ອງກັນຄວາມສະຫງົບ ແຂວງ ຈົ່ງພ້ອມກັນສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນສະຫງ່າອົງອາດຂອງແມ່ຍິງລາວ ກໍ່ຄືມູນເຊື້ອຂອງແມ່ຍິງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ໃຫ້ເຕີບໃຫຍ່ຂະຫຍາຍຕົວ, ອອກແຮງແຂ່ງຂັນສ້າງຜົນງານ, ເປັນເຈົ້າການປະຕິບັດວຽກງານວິຊາສະເພາະດ້ານຕ່າງໆ ທີ່ການຈັດຕັ້ງມອບໝາຍໃຫ້ ໂດຍຕິດພັນກັບວຽກງານຂະບວນການ 3 ດີ ຂອງແມ່ຍິງລາວວາງອອກໃຫ້ໄດ້ຮັບຜົນສໍາເລັດເປັນກ້າວໆ.

ໂອກາດດຽວກັນທີ່ປະຊຸມກໍ່ໄດ້ຂື້ນຜ່ານບົດສະຫຼຸບວຽກງານ 3 ດີ ປະຈໍາປີ 2020 ແລະ ຜ່ານຂໍ້ຕົກລົງຂອງຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ວ່າດ້ວຍການມອບໃບຢັ້ງຢືນຮາກຖານ 3 ດີ ແລະ ໜ່ວຍ 3 ດີ ໃຫ້ແກ່ສະຫະພັນແມ່ຍິງຮາກຖານ ປກສ ແຂວງ ແລະ 9 ໝ່ວຍແມ່ຍິງອ້ອມຂ້າງຮາກຖານ, ຈາກນັ້ນ ຕາງໜ້າຄະນະໜ່ວຍແມ່ຍິງທັງ 9 ໜ່ວຍ ກໍ່ໄດ້ຈັບມືແຂ່ງຂັນກັນ ເພື່ອຈັດຕັ້ງປະຕິບັດຄໍາຂັວນ ແລະ ຂໍ້ແຂ່ງຂັນ 3 ດີ ເພື່ອເຮັດໃຫ້ວຽກງານຂອງສະຫະພັນແມ່ຍິງໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງກວ້າງຂວາງ, ເຂັ້ມແຂງກ້າວຂື້ນຢ່າງບໍ່ຢຸດຢັ້ງ.

About admin11