ສະຫະພັນນັກຮົບເກົ່າແຂວງບໍລິຄຳໄຊ ຝຶກອົບຮົມວຽກງານທີ່ຕິດພັນ ໃຫ້ 4 ເມືອງ

ໃນວັນທີ 14 ກໍລະກົດ 2022 ຢູ່ຫ້ອງປະຊຸມ ກອງບັນຊາການ ປກສ ເມືອງວຽງທອງ ແຂວງບໍລິຄຳໄຊ ສະຫະພັນນັກຮົບເກົ່າແຂວງ ໄດ້ຈັດພິທີຝືກອົບຮົມວຽກງານຫ້ອງການ – ບໍລິຫານ, ໂຄສະນາ – ອົບຮົມ ແລະ ວຽກງານຈັດຕັ້ງ – ກວດກ າໃຫ້ສະຫະພັນນັກຮົບເກົ່າ 4 ເມືອງ ຄື: ເມືອງ ວຽງທອງ, ຄຳເກີດ, ໄຊຈຳພອນ ແລະ ເມືອງປາກກະດິງ, ເປັນກຽດເຂົ້າຮ່ວມຂອງທ່ານ ພັນໂທ ທອງພຸດ ສຸວັນນະລາດ ຮອງປະທານສະຫະພັນນັກຮົບເກົ່າແຂວງບໍລິຄຳໄຊ, ມີບັນດາຄູຝຶກ ແລະ ນັກສໍາມະນາກອນທີ່ມາຈາກ 4 ຕົວເມືອງ ພ້ອມດ້ວຍຄະນະຮັບຜິດຊອບ ເຂົ້າຮ່ວມ.

ໃນພິທີ ຄະນະຮັບຜິດຊອບ ໄດ້ຜັດປ່ຽນກັນຂື້ນບັນລະຍາຍເອກະສານຕ່າງໆ ເປັນຕົ້ນແມ່ນ: ເອກະສານວຽກງານຫ້ອງການ – ບໍລິຫານ, ບົດບາດ, ສິດ ແລະ ໜ້າທີ່ວຽກງານໂຄສະນາ – ອົບຮົມ, ຈັນຍາບັນຂອງນັກຂ່າວ, ວິທີຝຶກຝົນ, ວິທີຖ່າຍຮູບປະກອບຂ່າວ ແລະ ວິທີຂຽນຂ່າວ, ແນະນຳຄວາມໝາຍ, ຄວາມສຳຄັນວຽກງານຄຸ້ມຄອງ ແລະ ກໍ່ສ້າງພະນັກງານ, ພາລະບົດບາດຂອງຂະແໜງຈັດຕັ້ງພະນັກງານ, ແນະນຳວຽກງານຈັດຕັ່ງ ແລະ ວຽກງານກວດກາ.

ຈຸດປະສົງ ເພື່ອສ້າງຄວາມເຂັ້ມແຂງທາງດ້ານສ້າງຄວາມຮູ້, ຄວາມສາມາດ ໃຫ້ບັນດາສະຫະພັນນັກຮົບເກົ່າແຕ່ລະເມືອງ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບວຽກງານຂອງຕົນ ແລ້ວນຳໄປຈັດຕັ້ງປະຕິບັດພາຍໃນເມືອງ ໃຫ້ໄດ້ຮັບຜົນດີຂື້ນກວ່າເກົ່າ.

About admins16