ສະຫະພັນກຳມະບານ ເມືອງ ວຽງທອງ ເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສະຫະພັນກຳມະບານແຂວງ ຄັ້ງທີ 2 ສະໄໝທີ VII


ໃນວັນທີ 11 ພະຈິກ 2020 ທີ່ຫ້ອງປະຊຸມຊັ້ນ III ຫ້ອງວາການເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ຈັດຕັ້ງເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສະຫະພັນກຳມະບານແຂວງ ຄັ້ງທີ 2 ສະໄໝທີ VII ແລະ ຜ່ານຮ່າງກອງທຶນ “ທານູເຄາະ” ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ວັນຄຳ ເພັດໄຊຍະວົງ ປະທານແນວລາວສ້າງຊາດເມືອງ.


ໃນກອງປະຊຸມ ທ່ານ ດາເຈີ່ ຕົງຫວ່າງ ປະທານສະຫະພັນກໍາມະບານເມືອງ ໄດ້ໃຫ້ກຽດຂື້ນເຜີຍແຜ່ເຊື່ອມຊື່ມມະຕິກອງປະຊຸມຄົບຄະນະບໍລິຫານງານສະຫະພັນກຳມະບານແຂວງ ຄັ້ງທີ 2 ສະໄໝທີ VII ໂດຍໃນມະຕິດັ່ງກ່າວ ໄດ້ເອກະພາບໃຫ້ເອົາໃຈໃສ່ເພີ່ມທະວີໃນການສຶກສາອົບຮົມແນວຄິດໃຫ້ສະມາຊິກກຳມະບານ, ຊາວຜູ້ອອກແຮງງານ ໃຫ້ຮັບຮູ້ແນວທາງນະໂຍບາຍຂອງພັກ-ລັດ, ເອົາໃຈໃສ່ຂະຫຍາຍການຈັດຕັ້ງກຳມະບານໃຫ້ກວ້າງ ແລະ ແຂງແຮງ, ຕິດຕາມກວດກາປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກ, ສ້າງຂະບວນການແຂ່ງຂັນ 5 ເປັນເຈົ້າ ໃຫ້ຟົດຟື້ນ, ເສີມຂະຫຍາຍວຽກງານກອງທຶນ ແລະ ໄດ້ປັບປູງກົດລະຽບກອງທືນ ໂດຍໄດ້ກຳນົດນະໂຍບາຍການລຸລູກ, ສະມາຊິກທີ່ນອນປີ່ນປົວອຳມະພາດ ແລະ ບັນຫາສຳຄັນຕື່ມອີກ.

About admin11