ສະຫະພັນກຳມະບານ ເມືອງປາກກະດິງ ທາບທາມການຄຸ້ມຄອງກອງທືນທານຸເຄາະ ເພື່ອຊ່ວຍເຫຼືອສັງຄົມ

ໃນວັນທີ 24 ພະຈິກ 2022 ທີ່ຫ້ອງປະຊຸມເມືອງປາກກະດິງ ໄດ້ຈັດກອງປະຊຸມທາບທາມຮ່າງຂໍ້ຕົກລົງຂອງເຈົ້າແຂວງບໍລິຄຳໄຊ ວ່າດ້ວຍການຄຸ້ມຄອງກອງທຶນທານຸເຄາະເພື່ອຊ່ວຍເຫຼືອສັງຄົມ ເປັນກຽດເຂົ້້າຮ່ວມ ແລະ ຊີ້ນຳກອງປະຊຸມໂດຍທ່ານ ດຳລົງ ທັບລາດ ປະທານສະຫະພັນກຳມະບານແຂວງບໍລິຄຳໄຊ, ມີພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ຄະນະສະຫະພັນກຳມະບານຂັ້ນເມືອງ ພ້ອມດ້ວຍປະທານສະຫະພັນກຳມະບານ 27 ຮາກຖານ ພາຍໃນເມືອງປາກກະດິງເຂົ້້າຮ່ວມ.

ກອງປະຊຸມ ໄດ້ຜ່ານຮ່າງຂໍ້ຕົກລົງ ເຈົ້າແຂວງບໍລິຄຳໄຊ ວ່າດ້ວຍການຄຸ້ມຄອງກອງທຶນທານຸເຄາະ ທີ່ປະກອບມີ 9 ໝວດ, 29 ມາດຕາ, ມີຈຸດປະສົງ ເພື່ອຊ່ວຍເຫຼືອສັງຄົມ ດ້ວນການລະດົມ ແລະ ສະສົມທຶນຈາກສະມາຊິກກອງທຶນຄົນລະ 5.000 ກີບຕໍ່ 1 ກໍລະນີ ເພື່ອນຳໃຊ້ເຂົ້າໃນການຊ່ວຍເຫຼືອບັນເທົາທຸກໃຫ້ແກ່ຄອບຄົວສະມາຊິກກອງທືນທີ່ເສຍຊີວິດ.

ເຊີ່ງຜູ້ທີ່ມີເງື່ອນໄຂເຂົ້າເປັນສະມາຊິກກອງທຶນທານຸເຄາະເພື່ອຊ່ວຍເຫຼືອສັງຄົມ ແມ່ນສະມາຊິກກຳມະບານ ແລະ ຊາວຜູ້ອອກແຮງງານ ທີ່ມີຄວາມສະມັກໃຈ, ມີສຸຂະພາບແຂງແຮງ, ມີອາຍຸກະສຽນແຕ່ 18 ປີ ຫາ 60 ປີ ແລະ ຈະສີ້ນສຸດການເປັນສະມາຊິກອງທືນທານຸເຄາະ ໂດຍການເສຍຊີວິດ ຫຼື ລາອອກ ຫຼື ບໍ່ປະຕິບັດຕາມກົດລະບຽບຂອງກອງທືນທີ່ໄດ້ກຳນົດໄວ້.

ການທາບທາມຮ່າງຂໍ້ຕົກລົງຂອງເຈົ້າແຂວງບໍລິຄຳໄຊ ວ່າດ້ວຍການຄຸ້ມຄອງກອງທືນທານຸເຄາະເພື່ອຊ່ວຍເຫຼືອສັງຄົມຄັ້ງນີ້ ກໍ່ເພື່ອໃຫ້ບັນດາສະຫາຍທີ່ເປັນຕົວແທນຂອງສະມາຊິກກຳມະບານ ແລະ ຊາວຜູ້ອອກແຮງງານ ຄົ້ນຄ້ວາພິຈາລະນາ ແລະ ປະກອບຄຳຄິດຄຳເຫັນໃສ່ຮ່າງທາບທາມນັ້ນດ້ວຍເຫດ ແລະ ຜົນທີ່ເໝາະສົມ ເພື່ອໃຫ້ຄະນະກຳມະການຮັບຜິດຊອບນຳໄປຄົ້ນຄ້ວາພິຈາລະນາຕາມຄວາມເໝາະສົມ ຄຽງຄູ່ກັບແນວທາງນະໂຍບາຍຂອງພັກ-ລັດໃນໄລຍະໃໝ່.

ໂອກາດດຽວກັນນີ້, ສະຫະພັນກຳມະບານ ແຂວງບໍລິຄຳໄຊ ຍັງໄດ້ມອບເງີນສົດ ຈຳນວນ 30.000.000 ກີບ ໃຫ້ແກ່ສະຫະພັນກຳມະບານເມືອງປາກກະດິງ ເພື່ອຄຸ້ມຄອງ ແລະ ນຳໃຊ້ເຂົ້າໃນການປຸກສ້າງເຮືອນໃຫ້ແກ່ຄອບຄົວອານາຖາ ຊື່ນາງ ຄຳມາ ຢູ່ບ້ານນາພົງ ເມືອງປາກກະດິງ, ເປັນກຽດມອບໂດຍທ່ານ ດຳລົງ ທັບລາດ ປະທານສະຫະພັນກຳມະບານແຂວງ, ເປັນກຽດຮັບໂດຍທ່ານ ແກ້ວວົງທອງ ກົມມະແສງ ຄະນະປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ໂດຍມີພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ ແລະ ສະຫະພັນກຳມະບານເມືອງ ເປັນສັກຂີພິຍານ.

About admins14