ສະຫະພັນກຳມະບານແຂວງ ແລະ ສານປະຊາຊົນແຂວງ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມເຂດພາກໃຕ້

ໃນບ່າຍຂອງວັນທີ 02 ພະຈິກ 2020 ຢູ່ຫ້ອງວ່າການແຂວງບໍລິຄຳໄຊ ສະຫະພັນກໍາມະບານແຂວງ ແລະ ສານປະຊາຊົນແຂວງ ໄດ້ນຳເອົາເຄື່ອງບໍລິໂພກຈຳນວນໜຶ່ງມາມອບໃຫ້ຫ້ອງວ່າແຂວງບໍລິຄຳໄຊ ເພື່ອນຳໄປມອບໃຫ້ບັນດາແຂວງພາກໃຕ້ ທີ່ຖືກຜົນກະທົບຈາກໄພນ້ຳຖ້ວມ.

ເຄື່ອງທີ່ນຳມາມອບໃນຄັ້ງນີ້ ສະຫະພັນກໍາມະບານແຂວງ ມີ: ໝີ່ ແລະ ນ້ຳດື່ມ ລວມເປັນເງິນ 980.000 ກີບ ມອບໂດຍທ່ານ ສີສົມພອນ ອິນທະວົງ ຮອງປະທານສະຫະພັນກໍາມະບານແຂວງ, ສານປະຊາຊົນແຂວງ: ໝີ່ 5 ແກັດ ລວມເປັນເງິນ 340.000 ກີບ ມອບໂດຍທ່ານ ສົມຈິດ ຊານຸບານ ຮັກສາການຫົວໜ້າຫ້ອງການສານປະຊາຊົນແຂວງ ເປັນກຽດຮັບໂດຍ ທ່ານນາງ ຟອງສະໝຸດ ພົງວິຈິດ ຮອງຫົວໜ້າຫ້ອງວ່າການແຂວງ.

ການມອບເຄື່ອງອຸປະໂພກ ບໍລິໂພກນີ້ ກໍ່ເພື່ອເປັນການຊ່ວຍເຫຼືອບັນເທົາທຸກ ປະຊາຊົນບັນດາແຂວງພາກໃຕ້ ທີ່ກຳລັງປະສົບໄພນ້ຳຖ້ວມ ແລະ ພົບຄວາມຫຍຸ້ງຫຍາກໃນຫຼາຍດ້ານ ແລະ ຍັງເປັນການແບ່ງປັນນໍ້າຈິດ – ນໍ້າໃຈ ປະກອບສ່ວນຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ປະສົບກັບໄພນໍ້າຖ້ວມໃນຄັ້ງນີ້. ປະຈຸບັນຍອດຜູ້ມາມອບເຄື່ອງຊ່ວຍເຫຼືອ ແມ່ນ 60 ກວ່າລ້ານກີບ.

About admins16