ສະຫລຸບວຽກງານຮອບດ້ານ ຂອງທະນາຄານນະໂຍບາຍ ປະຈຳເມືອງຄຳເກີດ ໃນປີ 2020

ໃນຕອນເຊົ້າຂອງວັນທີ 16 ມີນາ ນີ້, ທີ່ຫ້ອງປະຊຸມຫ້ອງວ່າການເມືອງຄຳເກີດ ໄດ້ຈັດກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງທະນາຄານນະໂຍບາຍ ປະຈຳປີ 2020 ແລະ ທິດທາງການເຄື່ອນໄຫວປະຈຳປີ 2021 ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສົມໃຈ ແກ້ວສຸວັນ ຮອງເຈົ້າເມືອງຄຳເກີດ ຜູ້ຊີ້ນຳວຽກງານເສດຖະກິດເມືອງ ມີຄະນະກຳມະການຄຸ້ມຄອງສິນເຊື່ອຂອງເມືອງເຂົ້າຮ່ວມ.

ທະນາຄານນະໂຍບາຍ ໜ່ວຍບໍລິການເມືອງຄໍາເກີດ ເຮັດໜ້າທີ່ເປັນຕົວແທນໃຫ້ແກ່ລັດຖະບານ ປະຕິບັດໜ້າທີ່ຕາມພາລະບົດບາດໃນການນໍາເອົາແຫຼ່ງທຶນກູ້ຢືມ ຈາກທະນາຄານ ແຫ່ງ ສປປ ລາວ ເພື່ອສະໜອງເງິນກູ້ສົ່ງເສີມການຜະລິດໃຫ້ເປັນສິນຄ້າ ໃນອັດຕາດອກເບ້ຍຕໍ່າ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າພາຍໃນເມືອງຄໍາເກີດ.

ໃນປີ 2020 ຍອດສິນເຊື່ອ ມີ 17 ຕື້ 397 ກວ່າລ້ານກີບ, ປ່ອຍອອກ 2 ຕື້ 498 ລ້ານກວ່າກີບ, ຍອດເຫຼືອ ແມ່ນ 15 ຕື້ 59 ລ້ານກວ່າກີບ, ຍອດໜີ້ກາຍສັນຍາ 7 ຕື້ 212 ລ້ານກວ່າກີບ ເທົ່າກັບ 47,89% ຂອງຍອດສິນເຊື່ອ, ຍອດດອກເບ້ຍຄ້າງຮັບ 4 ຕື້ 371 ລ້ານກີບ ເພີີ່ມຂຶ້ນ 12,05% ທຽບໃສ່ທ້າຍປີ 2019, ເກັບໜີ້ໄດ້ທັງໝົດ 4 ຕື້ 835 ລ້ານກວ່າກີບ ເທົ່າກັບ 73,39%, ແຜນການປີແມ່ນ 6,58 ຕື້ກີບ, ເປັນໜີ້ກາຍສັນຍາເກັບໄດ້ 1 ຕື້ 343 ລ້ານກີບ ເກີນແຜນ 44,17% ຂອງແຜນການປີແມ່ນ 931 ລ້ານກີບ, ເກັບດອກເບ້ຍໄດ້ທັງໝົດ 663 ລ້ານກວ່າກີບ ເທົ່າກັບ 40%, ເປັນດອກເບ້ຍກາຍສັນຍາ 262 ລ້ານກວ່າກີບ ເທົ່າກັບ 35,84% ຂອງແຜນການປີ.

ການເຂົ້າເຖິງແຫລ່ງທຶນຂອງທະນາຄານນະໂຍບາຍໃນປີ 2020 ກວມ 8 ກຸ່ມບ້ານພັດທະນາ, 54 ບ້ານ ເທົ່າກັບ 87% ໃນ 62 ບ້ານ, ສ້າງກຸ່ມກູ້ຢືມເງິນໃນປະຈຸບັນມີ 218 ກຸ່ມ ມີຄອບຄົວກູ້ຢືມເງິນ 1.313 ຄອບຄົວ ເທົ່າກັບ 9,2% ຂອງຄອບຄົວທົ່ວເມືອງ, ໃນນີ້ ຄອບຄົວທຸກຍາກໄດ້ຮັບສິນເຊື່ອຈໍານວນ 192 ຄອບຄົວ ເທົ່າກັບ 51,4%, ຈຸດສຸມທົ່ງແສນເຂົ້າເຖິງ 8 ບ້ານ 17 ກຸ່ມ 122 ຄອບຄົວ.

About admin11