ສະຫລຸບວຽກງານກໍ່ສ້າງຮາກຖານການເມືອງຈຸດສຸມເຂດໃຈກາງ 2 ບ້ານ ເມືອງຄຳເກີດ


ຕອນເຊົ້າວັນທີ 14 ຕຸລາ 2020 ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການເມືອງຄໍາເກີດ ແຂວງບໍລິຄຳໄຊ ໄດ້ຈັດພິພີສະຫລຸບວຽກງານກໍ່ສ້າງຮາກຖານການເມືອງຈຸດສຸມເຂດໃຈກາງ ບ້ານໂພນເມືອງນ້ອຍ ແລະ ບ້ານ ນໍ້າພາວ ເປັນປະທານໂດຍທ່ານ ພັນເອກ ກົງຈັນ ໄຊປັນຍາ ຫົວຫນ້າກອງບັນຊາການ ປກສ ແຂວງ ແລະ ທ່ານ ເພັດສະໃຫມ ໄຊຍະທິຈັກ ເຈົ້າເມືອງຄໍາເກີດ, ມີພະນັກງານກໍ່ສ້າງຮາກຖານ, ເລຂາພັກບ້ານເຂດເທດສະບານ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.


ທ່ານ ພັນໂທ ລໍາເງິນ ພະບາດໄຊ ຫົວຫນ້າກອງບັນຊາການ ປກສ ເມືອງຄຳເກີດ ໄດ້ລາຍງານວ່າ: ເມືອງຄຳເກີດ ເປັນເຂດພູດອຍກວມ 2 ສ່ວນ 3 ຂອງເນື້ອທີ່ທັງໝົດ, ໄດ້ແບ່ງອອກເປັນ 8 ກຸ່ມບ້ານພັດທະນາ ມີ 62 ບ້ານ, ມີ 12.615 ຄອບຄົວ, ມີພົນລະເມືອງ 73.471 ຄົນ, ມີ 15 ຊົນເຜົ່າ, ໃນນັ້ນ ຊົນເຜົ່າລາວກວມ 28,83%, ເຜົ່າມົ້ງກວມ 27,97%, ເຜົ່າໄຕກວມ 35,2%, ເຜົ່າຜູ້ໄທກວມ 12,9%, ເຜົ່າກຶມມຸກວມ 2,2%, ເຜົ່າແຊກກວມ 1,24% ແລະ ເຜົ່າອື່ນໆກວມ 0,76%.

      ໃນນີ້ ບ້ານໂພນເມືອງນ້ອຍ ມີ 316 ຫຼັງຄາເຮືອນ, ມີ 414 ຄອບຄົວ, ມີພົນລະເມືອງ 2.273 ຄົນ, ມີ 3 ເຜົ່າໃຫຍ່ ແລະ ບ້ານນ້ຳພາວມີ 415 ຫຼັງຄາເຮືອນ, ມີ 401 ຄອບຄົວມີປະຊາກອນທັງໝົດ 2.565 ຄົນ, ໃນໄລຍະຜ່ານ ສັດຕູ ແລະ ກຸ່ມຄົນທີ່ບໍ່ຫວັງດີ ໄດ້ເຄື່ອນໄຫວໃສ່ຮ້າຍປ້າຍສີ ການຄຸ້ມຄອງສັງຄົມຂອງອຳນາດລັດ ດ້ວຍຫລາຍຮູບຫລາຍສີ ເປັນຕົ້ນແມ່ນ ບັນຫາປະຊາທິປະໄຕ, ສິດທິມະນຸດ, ສາສະໜາ, ຊົນເຜົ່າ ແລະ ບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ ແຕ່ຄະນະພັກ ອຳນາດການປົກຄອງທຸກຂັ້ນ ຕະຫລອດຮອດພໍ່ແມ່ປະຊາຊົນ ໄດ້ຕອບຕ້ານ ແລະ ຕີຖອຍ ຈົນເຮັດໃຫ້ບ້ານມີຄວາມສະຫງົບໂດຍພື້ນຖານ, ເສດຖະກິດຂອງບ້ານຂະຫຍາຍຕົວຢ່າງຕໍ່ເນື່ອງ ປະຊາຊົນມີຄວາມຜາສຸກ ຮັກແພງຊ່ວຍເຫລືອເຊິ່ງກັນ ແລະ ກັນດີ.

ກອງປະຊຸມ ຍັງໄດ້ມອບໃບຍ້ອງຍໍ 55 ໃບ ແລະ ໃບຂອບໃຈ 15 ໃບ ໃຫ້ແກ່ບຸກຄົນທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນວຽກງານກໍ່ສ້າງຮາກຖານການເມືອງຈຸດສຸມເຂດໃຈກາງ ມອບໂດຍທ່ານ ພັນເອກ ກົງຈັນ ໄຊປັນຍາ ຫົວຫນ້າກອງບັນຊາການ ປກສ ແຂວງ.

            ໃນຕອນທ້າຍ ທ່ານ ເພັດສະໃຫມ ໄຊຍະທິຈັກ ໄດ້ໂອ້ລົມ ເຊິ່ງກ່ອນອຶ່ນ ທ່ານໄດ້ຍ້ອງຍໍຊົມເຊີຍຜົນສຳເລັດທີ່ທັງສອງບ້ານຍາດມາໄດ້ໃນໄລຍະຜ່ານມາ ພ້ອມນັ້ນ ທ່ານຍັງໄດ້ເນັ້ນໜັກໃຫ້ທຸກສະຫາຍຈົ່ງສ້າແຜນການ, ແຜນງານໃຫ້ເປັນອັນລະອຽດ ອີງໃສ່ 21 ໜ້າວຽກຈຸດສຸມທີ່ທາງຄະນະພັກຮາກຖານກຳນົດໄວ້ ເພື່ອໃຫ້ປະຊາຊົນພາຍໃນບ້ານທີ່ຕົນເອງຮັບຜິດຊອບ ໄດ້ມີການສ້າງເສດຖະກິດຄອບຄົວ ໃຫ້ຕິດພັນກັບຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອໃຫ້ບ້ານຕົນມີຄວາມສະຫງົບໂດຍພື້ນຖານ.

About admin11