ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ 11 ເຜີຍແຜ່ຜົນສຳເລັດກອງປະຊຸມ ສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX

ໃນວັນທີ 19 – 21 ກັນຍາ 2022 ຢູ່ຫ້ອງການບ້ານ ເມືອງມ່ວນ, ບ້ານ ວັງຫີນ, ບ້ານ ຈອມທອງ, ບ້ານສົບນາ, ບ້ານກົກຂາມ, ບ້ານຫ້ວຍຫອຍ, ບ້ານໂພນດູ່, ບ້ານ ໂພນເມືອງ, ບ້ານ ນໍ້າຢ້າງ ແລະ ບ້ານທ່າແພ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ່ 11 ແຂວງບໍລິຄໍາໄຊ ແລະ ສະມະຊິກສະພາປະຊາຊົນແຂວງ ປະຈໍາເມືອງວຽງທອງ ໄດ້ລົງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ໃນຖານະທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າຢູ່ບ້ານ ໂດຍມີອຳນາດການປົກຄອງ,ການຈັດຕັ້ງບ້ານ, ເຖົ້າແກ່ແນວໂຮມ, ປະຊາຊົນບັນດາເຜົ່າ ຜູ້ມີສິດເລືອກຕັ້ງພາຍໃນບ້ານເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ ນາຍບ້ານທັງ 10 ບ້ານ ໄດ້ລາຍງານສະພາບການທີ່ພົ້ນເດັ່ນຂອງບ້ານ ຕໍ່ຄະນະສະມາຊິກສະພາພ້ອມທັງໄດ້ມີຄຳຄິດ, ຄຳເຫັນ, ຄຳສະເໜີ, ຄວາມຂັດຂ້ອງໝອງໃຈ ຂອງປະຊາຊົນ ສະເໜີຕໍ່ອົງການປົກຄອງເມືອງ – ແຂວງ ເພື່ອພິຈາລະນາແກ້ໄຂ ຕາມຄວາມຈຳເປັນຕົວຈິງ.

ຫຼັງຈາກນັ້ນ ທາງຄະນະສະພາກໍ່ໄດ້ຜັດປ່ຽນກັນຂື້ນເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງຊຸດທີ II ໃຫ້ພໍ່, ແມ່ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ ແລະ ເຂົ້າໃຈ, ພ້ອມນີ້ທາງຄະນະສະມາຊິກສະພາຍັງໄດ້ຮັບເອົາຄຳຄິດ, ຄຳເຫັນ, ຄຳສະເໜີ, ຄວາມຂັດຂ້ອງໝອງໃຈ, ຄວາມມຸ່ງມາດປາດຖະໜາຕ່າງໆ ຂອງປະຊາຊົນ ນຳໄປພິຈະລະນາໃນຂັ້ນຕໍ່ໄປ ແລະ ໃນໂອກາດດັ່ງກ່າວທາງຄະນະສະພາກໍ່ຍັງໄດ້ມີເຄື່ອງນຸ່ງຫົ່ມ ມາມອບໃຫ້ຄອບຄົວອະນາຖາ.

About admins14