ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງ ເມືອງ ທ່າພະບາດ ລົງຊຸກຍູ້ໂຄງການພາຍໃນເມືອງ

ໃນວັນທີ 29 ກໍລະກົດ 2022 ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງ ເມືອງ ທ່າພະບາດ ນໍາໂດຍ ທ່ານ ສະຫວັນເພັດ ຈັນທະວົງສາ ປະທານກວດກາພັກ – ລັດເມືອງ ສະມາຊິກສະພາປະຊາຊົນແຂວງ ບໍລິຄໍາໄຊ ພ້ອມດ້ວຍຄະນະ ຮ່ວມກັບບັນດາຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງ ໄດ້ລົງຊຸກຍູ້ ຢ້ຽມຢາມ ກຸ່ມຜະລິດເຂົ້າເປັນສິນຄ້າ ບ້ານຫ້ວຍສາຍພາຍ, ບໍລິສັດ ອີດີແອວ – ເຈັນ ພາວເວີ້ຈໍາກັດ ແລະ ໂຮງງານເຫຼັກເສັ້ນໄຊຫຼົງ ບ້ານນາໄຊ ເມືອງທ່າພະບາດ.

ຈຸດປະສົງຂອງການລົງເຄື່ອນໄຫວໃນຄັ້ງນີ້ແມ່ນ ໂດຍປະຕິບັດຕາມແຜນການເຄື່ອນໄຫວຂອງສະມາຊິກສະພາປະຊາຊົນແຂວງບໍລິຄໍາໄຊ ໃນການຈັດຕັ້ງປະຕິບັດຜັນຂະຫຍາຍ ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ ແລະ ກໍ່ເພື່ອເປັນການຊຸກຍູ້ສົ່ງເສີມບັນດາໂຄງການພາຍໃນເມືອງໃຫ້ເປັນຂະບວນການແຂງແຮງ ສ້າງເງື່ອນໄຂໃຫ້ປະຊາຊົນມີວຽກເຮັດງານທໍາ, ສາມາດສ້າງລາຍຮັບເຂົ້າຄອບຄົວ ເພື່ອລືບລ້າງຄວາມທຸກຍາກພາຍໃນເມືອງ ເທື່ອລະກ້າວ.

ຄະນະ ໄດ້ຮັບຟັງການສະເໜີລາຍງານໂດຍຫຍໍ້ຂອງບັນດາໂຄງການ ກ່ຽວກັບການຈັດຕັ້ງ ແລະ ສະພາບການປະຕິບັດໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກບັນຫາຫຼາຍດ້ານ, ຫຼັງຈາກນັ້ນ ຄະນະ ກໍ່ໄດ້ໃຫ້ຊີ້ແຈງບາງບັນຫາ ພ້ອມໃຫ້ຄໍາແນະນໍາບາງດ້ານໃນການແກ້ໄຂຂໍ້ຫຍຸ້ງຍາກ ແລະ ພ້ອມທັ່ງໄດ້ຮັບເອົາຄໍາສະເໜີຂອງບັນດາໂຄງການ ເພື່ອສະເໜີຂັ້ນເທິງທີ່ກ່ຽວຂ້ອງຄົ້ນຄວ້າພິຈາລະນາ ແລະ ໃຫ້ການຊ່ວຍເຫຼືອແກ້ໄຂໃນຕໍ່ໜ້າ, ໂອກາດດັ່ງກ່າວນັ້ນ ຄະນະກໍ່ໄດ້ລົງໄປຢ້ຽມຢາມເບິ່ງສະພາບຕົວຈິງຂອງການຈັດຕັ້ງປະຕິບັດບັນດາໂຄງການ.

About admins14