ສະມາຄົມນັກປະພັນລາວ ກຽມຈັດການແຂ່ງຂັນກວດສອບບົດປະພັນວັນນະຄະດີ ເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ – ຫວຽດນາມ

ກອງປະຊຸມ ປຶກສາຫາລືສ້າງແຜນການຈັດກິດຈະກຳ ແລະ ກະກຽມຄວາມພ້ອມສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ – ຫວຽດນາມ ຂອງສະມາຄົມນັກປະພັນແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 23 ມິຖຸນາ 2022 ຢູ່ຫ້ອງປະຊຸມຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງບໍລິຄຳໄຊ ໂດຍການເປັນປະທານຂອງທ່ານ ອຸດອນ ສອນສຸລິນ ກຳມະການພັກແຂວງ ຫົວໜ້າພະແນກ ຖວທ ແຂວງບໍລິຄຳໄຊ, ມີປະທານ, ຮອງປະທານສະມາຄົມນັກປະພັນແຂວງ, ພະແນກການ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ການຈັດກິດຈະກຳການສະເຫຼີມສະຫຼອງ 2 ວັນປະຫວັດສາດ ລາວ – ຫວຽດນາມ, ຫວຽດນາມ – ລາວ ( ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ 05/9/1962 – 05/9/2022 ) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ – ຫວຽດນາມ ຄົບຮອບ 45 ປີ ( 18/7/1977-18/7/2012 ), ສະມາຄົມນັກປະພັນລາວ ຈະໄດ້ຈັດການແຂ່ງຂັນ ການປະດິດຄິດແຕ່ງບົດປະພັນວັນນະຄະດີທົ່ວປະເທດ ເພື່ອຫວນຄືນມູນເຊື້ອແຫ່ງການພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລາວ – ຫວຽດນາມ ຊຶ່ງເປັນປັດໄຈສໍາຄັນຕັດສິນໄຊຊະນະການປະຕິວັດລາວ ແລະ ຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄືສ້າງສາພັດທະນາປະເທດຊາດ ຂອງທັງສອງປະເທດໃນປັດຈຸບັນ.

ການແຂ່ງຂັນກວດສອບ ປະກອບມີ 4 ປະເພດ ຄື: ເລື່ອງຍາວ (ນະວະນິຍາຍ), ເລື່ອງສັ້ນ, ບົດບັນທຶກ, ບົດກະວີ ເຊິ່ງເປັນບົດປະພັນວັນນະຄະດີ ທີ່ປະຕິດແຕ່ງຂຶ້ນຈາກແຫຼ່ງຂໍ້ມູນທີ່ເປັນຈິງ ທີ່ສາມາດເຊື່ອຖື ແລະ ກວດສອບຄືນໄດ້, ສອດຄ່ອງກັບແນວທາງນະໂຍບາຍຂອງພັກ – ລັດ, ມີສິລະປະການຂຽນຕາມຫຼັກວິຊາການ, ເປັນຜົນງານການຂຽນໂດຍຜູ້ແຂ່ງຂັນແທ້ ໂດຍບໍ່ເຄີຍລົງພິມ ຫຼື ແຂ່ງຂັນກວດສອບມາກ່ອນ ທັງບໍ່ລອກລຽນແບບ ດັດແປງຜົນງານຂອງຄົນອື່ນ.

ເນື້ອໃນລວມ ແມ່ນຫວນຄືນມູນເຊື້ອ ແຫ່ງການພົວພັນມິດຕະພາບ ແລະ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ – ຫວຽດນາມ ໃນໄລຍະຕໍ່ສູ້ປົດປ່ອຍຊາດ ກໍຄືໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ເຫັນໄດ້ການປະກອນສ່ວນຂອງ 2 ພັກ ກໍຄືກຳລັງປະກອບອາວຸດປະຕິວັດ ແລະ ປະຊາຊົນ 2 ຊາດ ເຂົ້າໃນໄຊຊະນະຂອງການປະຕິວັດປົດປ່ອຍ ແລະ ທ້ອນໂຮມປະເທດຊາດ.

ພ້ອມກັນນັ້ນ ກໍສະແດງຄວາມກະຕັນຍູຮູ້ບຸນຄຸນ ແລະ ສະແດງຄວາມຂອບໃຈຕໍ່ພັກ – ລັດ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນສັກສິດ ແລະ ລໍ້າຄ່າ ແກ່ພາລະກິດຕໍ່ສູ້ປະຕິວັດປົດປ່ອຍຊາດໃນໄລຍະທີ່ຜ່ານມາ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກເຮົາ ໄລຍະໃໝ່ໃນປັດຈຸບັນ.

ຄວາມຍາວຂອງບົດບໍ່ຈຳກັດ, ຜູ້ໜຶ່ງສາມາດສົ່ງເຂົ້າຮ່ວມກວດສອບໄດ້ຫຼາຍປະເພດ ແລະ ຫຼາຍບົດ, ບົດ ກວດສອບຕ້ອງຕີພິມ, ມີຄວາມສະອາດຈົບງາມ ພ້ອມທັງໃຫ້ລະບຸຊື່ ແລະ ນາມສະກຸນ, ນາມປາກກາ, ທີ່ຢູ່ຫຼືບ່ອນເຮັດວຽກ ແລະ ເລກໂທລະສັບໃສ່ຕອນທ້າຍຂອງບົດ.

ໃນກອງປະຊຸມຍັງໄດ້ພ້ອມກັນປຶກສາລືປະກອບຄຳຄິດເຫັນ ໃນການປຸກລະດົມໃຫ້ບັນດານັກປະພັນ, ນັກກະວີ ແລະ ນັກຮຽນ – ນັກສຶກສາ ທີ່ມີພອນສະຫວັນໃນການຂຽນ ເຂົ້າຮ່ວມແຂ່ງຂັນ, ຈຸດປະສົງ ເພື່ອເປັນການປະກອບສ່ວນເຂົ້າໃນການສຶກສາອົບຮົມພະນັກງານລັດຖະກອນ, ທະຫານ, ຕໍາຫຼວດ ແລະ ປະຊາຊົນທົ່ວປະເທດ ໂດຍສະເພາະຄົນຮຸ່ນໜຸ່ມ ໃຫ້ມີຄວາມເຂົ້າໃຈ ເລິກເຊິ່ງ, ໜັກແໜ້ນ ແລະ ສືບຕໍ່ປົກປັກຮັກສາ ເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ – ຫວຽດນາມ ກໍຄືປົກປັກຮັກສາໝາກຜົນການປະຕິວັດໄວ້ໃຫ້ໝັ້ນຄົງຍາວນານ.

ເລີ່ມຮັບບົດແຂ່ງຂັນ ແຕ່ວັນທີ 16 ພຶດສະພາ – 16 ສິງຫາ 2022 ແລະ ຈະໄດ້ປະກາດຜົນໃນວັນທີ 1 ກັນຍາ 2022. ເມື່ອສຳເລັດແລ້ວ ສົ່ງໃຫ້ຄະນະໂຄສະນາອົບຮົມແຂວງ ເພື່ອສົ່ງຕໍ່ໃຫ້ສະມາຄົມນັກປະພັນລາວ, ສຳລັບປະເພດລາງວັນ  ອັນດັບທີ 1 ມີ 2 ລາງວັນ ລາງວັນລະ 5 ລ້ານກີບ, ອັນດັບທີ 2 ມີ 4 ລາງວັນ ລາງວັນລະ 4 ລ້ານກີບ, ອັນດັບທີ 3 ມີ 6 ລາງວັນ ລາງວັນລະ 3 ລ້ານກີບ ແລະ ລາງວັນຊົມເຊີຍມີ 30 ລາງວັນ ລາງວັນລະ 1 ລ້ານກີບ, ແຕ່ລະອັນດັບ ແມ່ນຈະໄດ້ຮັບໃບກຽດຕິຄຸນຈາກສະມາຄົມນັກປະພັນລາວ.

About admins16