ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ປະເມີນການຈັດຕັ້ງປະຕິບັດກົດໝາຍ 4 ສະບັບ

ກອງປະຊຸມທາງໄກຜ່ານລະບົບວີດີໂອຄອນເຟີເຣັ້ນ ປະເມີນການຈັດຕັ້ງປະຕິບັດກົດໝາຍ ໄດ້ຈັດຂຶ້ນໃນວັນທີ 8 ເມສາ 2022 ໂດຍການເປັນປະທານຂອງທ່ານ ສຈ.ປອ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ ມີຄະນະຮັບຜິດຊອບຊີ້ນໍາການປະເມີນການຈັດຕັ້ງປະຕິບັດກົດໝາຍ, ບັນດາກະຊວງ, ສະພາປະຊາຊົນແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ, ສຳລັບແຂວງບໍລິຄຳໄຊ ເປັນກຽດເຂົ້າຮ່ວມຂອງທ່ານ ເລື່ອນວິໄລ ຈັນທະລາພັນ ຮອງປະທານສະພາປະຊາຊົນແຂວງບໍລິຄຳໄຊ ພ້ອມດ້ວຍສະມາຊິກສະພາປະຊາຊົນແຂວງ ແລະ ພະແນກການກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມໄດ້ຮັບຟັງການຜ່ານມະຕິຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 75/ຄປຈ, ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາ ແລະ ກອງເລຂາ ການປະເມີນຜົນປະຕິບັດກົດໝາຍ 4 ສະບັບຄື: ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍສັບສິນຂອງລັດ ແລະ ກົດໝາຍວ່າດ້ວຍແຮ່ທາດ ທີ່ຕິດພັນກັບວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ພ້ອມນັ້ນຍັງໄດ້ຮັບຟັງຄໍາແນະນໍາ ສະບັບເລກທີ 03/ຄປຈ ວ່າດ້ວຍການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ແລະ ແຜນການ ສະບັບເລກທີ 02/ຄປກໝ ກ່ຽວກັບການຕິດຕາມກວດກາ ແລະ ເກັບຂໍ້ມູນ ກ່ຽວກັບການປະເມີນການຈັດຕັ້ງປະຕິບັດກົດໝາຍ 4 ສະບັບ.

ຫຼັງຈາກນັ້ນບັນດາຜູ້ແທນກອງປະຊຸມ ຍັງໄດ້ມີຄໍາເຫັນສະເໜີ, ແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ ໃນຫຼາຍວຽກງານສໍາຄັນ ເປັນຕົ້ນແມ່ນວຽກງານການໂຄສະນາ, ເຜີຍແຜ່ກົດໝາຍ 4 ສະບັບດັ່ງກ່າວ ລົງສູ່ຮາກຖານທ້ອງຖິ່ນ, ການຜັນຂະຫຍາຍເປັນນິຕິກໍາໃຕ້ກົດໝາຍ ໃຫ້ສອດຄ່ອງກັບຕົວຈິງ, ບາງບົດຮຽນດ້ານດີ-ຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດໃນນໄລຍະຜ່ານມາ ແລະ ວຽກງານອື່ນໆ ທັງນີ້ກໍ່ເພື່ອສົ່ງເສີມຜົນງານດ້ານດີ, ນໍາເອົາບາງຂໍ້ຄົງຄ້າງ ໄປປັບປຸງແກ້ໄຂ, ພັດທະນາ ບັນດາວຽກງານໃຫ້ມີປະສິດທີພາບ ແລະ ໄດ້ຮັບສໍາເລັດຕາມແຜນການທີ່ວາງໄວ້.

About admins14