ສະພາແຫ່ງຊາດ ລະດົມແນວຄວາມຄິດກ່ຽວກັບການແກ້ໄຂບັນຫາທາງດ້ານເສດຖະກິດ-ສັງຄົມ

ກອງປະຊຸມ ລະດົມແນວຄວາມຄິດ ກ່ຽວກັບການແກ້ໄຂບັນຫາທາງດ້ານເສດຖະກິດ-ສັງຄົມ ແລະ ວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ແບບທາງໄກຜ່ານລະບົບວີດີໂອຄອນເຟີເຣັ້ນ ໄດ້ຈັດຂຶ້ນໃນວັນທີ 06 ເມສາ 2021 ໂດຍການເປັນປະທານຂອງທ່ານ ປອ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານຄະນະປະຈໍາສະພາແຫ່ງຊາດ, ປະທານສະພາແຫ່ງຊາດ, ມີຮອງປະທານສະພາແຫ່ງຊາດ, ບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ, ສຳລັບແຂວງບໍລິຄຳໄຊ ເປັນກຽດເຂົ້າຮ່ວມຂອງທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງບໍລິຄຳໄຊ ພ້ອມດ້ວຍສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.

ໃນໄລຍະຜ່ານມາ ປະເທດເຮົາໄດ້ປະເຊີນໜ້າກັບສິ່ງທ້າທາຍໃໝ່ ນັ້ນແມ່ນໄດ້ຮັບຜົນກະທົບຢ່າງໜັກໜ່ວງ ຈາກການແຜ່ລະບາດຂອງພະຍາດໂຄວິດ 19 ຊຶ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ, ສະຖຽນລະພາບທາງດ້ານການເມືອງ ແລະ ອື່ນໆ ເປັນຕົ້ນ ຂະແໜງອຸດສາຫະກຳ, ການຄ້າ, ກະສິກຳ, ການບໍລິການແລະ ຂະແໜງການອື່ນ. ອີກປະການໜຶ່ງ ລາຄານໍ້າມັນໃນຕະຫຼາດໂລກມີການປ່ຽນແປງສູງຂຶ້ນ ແຕ່ຄຽງຄູ່ກັນນັ້ນ ອັດຕາແລກປ່ຽນເງິນກີບຕໍ່ເງິນສະກຸນຫຼັກມີການຜັນຜວນສົມຄວນເຮັດໃຫ້ຜູ້ປະກອບການພົບຄວາມຫຍຸ້ງຍາກໃນດໍາເນີນທຸລະກິດ ແລະ ຈະມີຜົນທາງລົບຕໍ່ຄາດໝາຍດ້ານເສດຖະກິດມະຫາພາກຊຶ່ງກະທົບຕໍ່ການເກັບລາຍຮັບງົບປະມານ ແລະ ເຮັດໃຫ້ເກີດມີໄພຫວ່າງງານ, ປະກົດການຫຍໍ້ທໍ້ເກີດຂຶ້ນຕາມມາ.

ຜ່ານມາ ລັດຖະບານກໍໄດ້ພະຍາຍາມເອົາໃຈໃສ່ແກ້ໄຂບັນຫາດັ່ງກ່າວດ້ວຍຄວາມຮັບຜິດຊອບສູງ ໃນການຊຸກຍູ້ ແລະ ຟື້ນຟູເສດຖະກິດ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ໂດຍກຳນົດ 10 ນະໂຍບາຍ ແລະ 9 ມາດຕະການ ຕາມຂໍ້ຕົກລົງເລກທີ 31/ນຍ, ລົງວັນທີ 2 ເມສາ 2020 ເພື່ອແກ້ໄຂຜົນກະທົບດັ່ງກ່າວ ເປັນຕົ້ນ ຫຼຸດຄ່າຊົມໃຊ້ໄຟຟ້າ, ຍົກເວັ້ນອາກອນລາຍໄດ້, ເລື່ອນການລາຍງານການເງິນປະຈຳປີ ຂອງຫົວໜ່ວຍທຸລະກິດ, ເລື່ອນຊຳລະຄ່າທຳນຽມທາງ ແລະ ອື່ນໆ ເຊິ່ງສາມາດແກ້ໄຂ ແລະ ຟື້ນຟູໄດ້ໃນລະດັບໜຶ່ງ. ປັດຈຸບັນ ຫົວໜ່ວຍການຜະລິດທຸລະກິດ ແລະ ການບໍລິການ ກໍສາມາດຟື້ນຟູກັບຄືນມາສູ່ສະພາບປົກກະຕິ, ແຕ່ກໍຍັງມີຈຳນວນໜຶ່ງຍັງບໍ່ສາມາດຟື້ນຕົວໄດ້ ຍ້ອນມີຄວາມຫຍຸ້ງຍາກດັ່ງກ່າວ.

ເພື່ອຊອກໃຫ້ເຫັນບັນຫາ ແລະ ຫາວິທີການແກ້ໄຂບັນຫາດັ່ງກ່າວຮ່ວມກັນເປັນແນວທາງໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງໃນການສຸມໃສ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີປະສິດທິຜົນຍິ່ງຂຶ້ນແນ່ໃສ່ຮັບປະກັນໃຫ້ການຈັດຕັ້ງປະຕິບັດຖືກຕ້ອງ ແລະ ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຕ່ລະໄລຍະໃຫ້ມີປະສິດທິພາບ ແລະ ປະສິດທິຜົນກວ່າເກົ່າ. ກອງປະຊຸມຈະໄດ້ຮັບຟັງການປະກອບຄໍາຄິດເຫັນຈາກບັນດາຂະແໜງການທີ່ກ່ຽວຂ້ອງ ເປັນຕົ້ນສະມາຊິກສະພາແຫ່ງຊາດທີ່ເປັນກໍາມະການຂອງກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ບັນດາ ກະຊວງໃນຂົງເຂດເສດຖະກິດ ນອກຈາກນັ້ນ ຍັງມີສະຖາບັນຄົ້ນຄວ້າເສດຖະກິດ ແລະ ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນປະຈໍາ ສປປ ລາວ.

About admins16