ສະພາປະຊາຊົນ ພິຈາລະນາຮັບຮອງເອົາ ໂຄງປະກອບການຈັດຕັ້ງຂັ້ນແຂວງ ແລະ ບຸກຄະລາກອນດຳລົງຕຳແໜ່ງ

ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ I ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 22 ທັນວາ 2020 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງບໍລິຄຳໄຊ ເປັນກຽດເຂົ້າຮ່ວມໂດຍທ່ານ ນາງ ສີໃສ ລືເດດມູນສອນ ຮອງປະທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ຊຸດທີ VIII ປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ, ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີບັນດາທ່ານຄະນະປະຈຳສະພາປະຊາຊົນແຂວງ, ຄະນະປະຈຳພັກແຂວງ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ພະນັກງານອາວຸໂສບຳນານ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.

ໃນວາລະດຳເນີນກອງປະຊູມ ສະມາຊິກສະພາປະຊາຊົນແຂວງ ໄດ້ເປັນເອກະສັນ ຮັບຮອງເອົາໂຄງປະກອບກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງບໍລິຄຳໄຊ ເຊີ່ງປະກອບມີ: 2 ກອງບັນຊາການ ແລະ 16 ພະແນກການ ແລະ 2 ອົງການລັດທຽບເທົ່າ ຄື: ຫ້ອງວ່າການແຂວງ, ອົງການກວດກາລັດ, ກອງບັນຊາການທະຫານແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກສຶກສາທິການ ແລະ ກິລາ, ພະແນກກະສິກຳ ແລະ ປ່າໄມ້, ພະແນກຍຸຕິທຳ, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ, ພະແນກການເງິນ, ພະແນກແຜນການ ແລະ ການລົງທຶນ, ພະແນກສາທາລະນະສຸກ, ພະແນກວິທະຍາສາດ ແລະ ເຕັກໂນໂລຊີ່, ພະແນກໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ພະແນກການຕ່າງປະເທດ, ພະແນກພາຍໃນ, ພະແນກອຸດສາຫະກຳ-ການຄ້າ ແລະ ພະແນກພະລັງງານ ແລະ ບໍ່ແຮ່

 

ຮັບຮອງເອົາບຸກຄະລາກອນຂອງອົງການປົກຄອງແຂວງບໍລິຄຳໄຊ ຄື: ຮັບຮອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເປັນເຈົ້າແຂວງບໍລິຄຳໄຊ, ຮັບຮອງທ່ານ ບຸນເສັງ ປະທຳມະວົງ ເປັນຮອງເຈົ້າແຂວງ ຊີ້ນຳວຽກງານເສດຖະກິດ, ທ່ານ ຄຳແຫວນ ປັນຍານຸວົງ ເປັນຮອງເຈົ້າແຂວງ ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ທ່ານ ປອ ດວງຕາ ມໍລະຄາສຸກ ເປັນປະທານອົງການກວດກາລັດ, ທ່ານ ພົຈ ຈວງຈັນ ລາດຊະວົງ ເປັນຫົວໜ້າການເມືອງກອງບັນຊາການທະຫານແຂວງ, ທ່ານ ພັອ ກົງຈັນ ໄຊປັນຍາ ເປັນຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ທ່ານ ສົມໃຈ ຄຸນພະໄຊ ເປັນຫົວໜ້າຫ້ອງວ່າການແຂວງ, ທ່ານ ວິໄຊ ພູມີ ເປັນຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ, ທ່ານ ລົມ ແພງສຸກ ເປັນຫົວໜ້າພະແນກສຶກສາທິການ ແລະ ກິລາ, ທ່ານ ພັດທະຈອນ ແກ້ວພູດທະວົງ ເປັນຫົວໜ້າພະແນກກະສິກຳ ແລະ ປ່າໄມ້, ທ່ານ ອຸດອນ ສອນສຸລິນ ເປັນຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ບຸນລ້ຽງ ດວງສະເພົາທອງ ເປັນຫົວໜ້າພະແນກການເງິນ, ທ່ານ ໄຊອຳພອນ ສິງຫາວົງ ເປັນຫົວໜ້າພະແນກແຜນການ ແລະ ການລົງທຶນ, ທ່ານ ດຣ ສອນໄຊ ປັນຍານຸວົງ ເປັນຫົວໜ້າພະແນກສາທາລະນະສຸກ, ທ່ານ ຂັນແກ້ວ ສອນສັກສິດ ເປັນຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ່, ທ່ານ ລັງສີ ແກ້ວວິເສດ ເປັນຫົວໜ້າພະແນກໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ, ທ່ານ ສົມສະຫງວນ ສຸວັນນະລາດ ເປັນຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ສົມເພັດ ຄຳມະນີ ເປັນຫົວໜ້າພະແນກພາຍໃນ, ທ່ານ ໄກສອນ ຈັນສີນາ ເປັນຫົວໜ້າພະແນກອຸດສາຫະກຳ-ການຄ້າ, ທ່ານ ມະນີວັນ ໄຊຍະເພັດ ເປັນຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່, ທ່ານ ລຳເງິນ ສາຍນໍລາດ ເປັນຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ອຸດົມ ວົງໄກສອນ ເປັນຫົວໜ້າພະແນກການຕ່າງປະເທດແຂວງ.

About admins16