ສະພາປະຊາຊົນແຂວງ ເຊື່ອມຊືມ ແລະ ຜັນຂະຫຍາຍເອກະສານທີ່ສຳຄັນຂອງພັກ

ພິທີເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໄດ້ຈັດຂຶ້ນ ໃນວັນທີ 14 ພຶດສະພາ 2021 ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງ ພາຍໃຕ້ການເປັນປະທານຂອງສະຫາຍ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງບໍລິຄຳໄຊ, ມີຮອງປະທານສະພາ, ສະມາຊິກສະພາ ແລະ ພະນັກງານລັດຖະກອນ ພາຍໃນສະພາປະຊາຊົນແຂວງເຂົ້າຮ່ວມ.

ທ່ານ ເລື່ອນວິໄລ ຈັນທະລາພັນ ຄະນະປະຈຳພັກແຂວງ ຮອງປະທານສະພາປະຊາຊົນແຂວງ ໄດ້ຜ່ານບົດລາຍງານການເມືອງ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ເຫັນວ່າສູນກາງພັກ ແລະ ຄະນະພັກທຸກຂັ້ນ ໄດ້ເຊີດຊູຄວາມຮັບຜິດຊອບຕໍ່ປະເທດຊາດ ແລະ ປະຊາຊົນ ນຳເອົາເນື້ອໃນຈິດຂອງກອງປະຊຸມໃຫຍ່ ແລະ ບັນດາເປົ້າໝາຍສູ້ຊົນ ໃນການພັດທະນາເສດຖະກິດ-ສັງຄົມ ສຳລັບໄລຍະ 2018-2020 ທີ່ໄດ້ຮັບຮອງໃນກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໄປຈັດຕັ້ງຄົ້ນຄວ້າ, ເຊື່ອມຊືມຢ່າງກວ້າງຂວາງ ແລະ ປຸກລະດົມທົ່ວປວງຊົນ ເຂົ້າຮ່ວມຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ແລະ ສາມາດຍາດໄດ້ຜົນສຳເລັດທີ່ສຳຄັນຫຼາຍດ້ານ ເປັນຕົ້ນແມ່ນສາມາດຮັບປະກັນສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ, ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປ້ອງຊົນຮອບດ້ານ.

 ສືບຕໍ່ໄດຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ດ້ານເສດຖະກິດ ສາມາດຮັກສາມານເຕີບໂຕ ໂດຍສະເລ່ຍ 5,8%, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸ 2.664 ໂດລາສະຫະລັດ, ທຽບໃສ່ປີ 2015 ເພີມຂຶ້ນ 694 ໂດລາ, ບັນດາໂຄງການລົງທຶນຂະໜາດໃຫຍ່ ຍັງສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດ ແລະ ກາຍເປັນແຮງຊຸກດັນຫຼັກ ໃຫ້ແກ່ການພັດທະນາພື້ນຖານເສດຖະກິດ, ຂົງເຂດວັດທະນະທຳ-ສັງຄົມ ກໍ່ສາມາດຍາດໄດ້ຜົນສຳເລັດສຳຄັນ ສາມາດບັນລຸດັດສະນີ ການພັດທະນາຊັບພະຍາກອນມະນຸດ ຂອງບັນດາປະເທດທີ່ພົ້ນຈາກສະຖານະພາບດ້ອຍພັດທະນາ, ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ມີຄວາມຄືບໜ້າ ແລະ ຫຼຸດລົງຢ່າງຕໍ່ເນື່ອງ. ພ້ອມດຽວກັນດ້ານການຈັດຕັ້ງ, ຍົກສູງຄຸນນະພາບການເຄື່ອນໄຫວ ຄຽງຄູກັບການສ້າງ, ປັບປຸງກົດໝາຍ ແລະ ບັນດານິຕິກຳ ຂອງບັນດາອົງການອຳນາດລັດ, ວຽກງານມະຫາຊົນຂອງພັກ, ວຽກງານກໍ່ສ້າງພັກ ແລະ ວຽກງານພະນັກງານ ແລະ ວຽກງານມິດຕະພາບ, ການຮ່ວມມືສາກົນ ກໍ່ໄດ້ຮັບຄວາມເອົາໃຈໃສ່ສູງ, ໄດ້ຮັບການປັງປຸງ, ພັດທະນາ ແລະ ສາມາດຍາດໄດ້ຜົນສໍາເລັດເປັນກ້າວໆ.

ນອກຈາກນັ້ນ ທ່ານປະທານສະພາປະຊາຊົນແຂວງ ຍັງໄດ້ຜ່ານມະຕິເລກທີ 206/ກມສພ, ລົງວັນທີ 7 ທັນວາ 2020 ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດ ໃນໄລຍະໄໝ່ ເຊິ່ງໄດ້ຍົກໃຫ້ເຫັນຫຼາຍວຽກງານສຳຄັນ ເປັນຕົ້ນແມ່ນສະພາບການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດ ໃນໄລຍະຜ່ານມາ, ດ້ານດີ ແລະ ຜົນສຳເລັດ, ດ້ານອ່ອນ ແລະ ຄົງຄ້າງ, ບາງບົດຮຽນທີ່ຖອດຖອນໄດ້ ແລະ ທັດສະນະພື້ນຖານຂອງພັກ ທີ່ຖືວ່າວຽກງານການເມືອງ-ແນວຄິດ ແມ່ນວຽກງານກົກໃນການກໍ່ສ້າງປັບປຸງພັກ ເປັນປັດໃຈສຳຄັນ ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຮັບປະກັນຄວາມໝັ້ນຄົງຂອງຊາດ ແລະ ຄາມສະຫງົບສຸກຂອງສັງຄົມ, ສ້າງກຳລັງແຮງແຫ່ງຄວາມເປັນເອກະພາບ ດ້ານການເມືອງ ແລະ ກຳລັງແຮງໃນການຈັດຕັ້ງປະຕິບັດໜ້າທີ່ຕົວຈິງຂອງພັກເຮົາ, ແມນວຽກທີ່ຕ້ອງສອດຫ້ອຍທຸກຂົງເຂດການເຄື່ອນໄຫວ ແລະ ທຸກຂອດຂອງການນຳພາ, ແມ່ນວຽກງານຕົ້ນຕໍ ແມ່ນໜ້າທີ່ ແລະ ຄວາມຮັບຜິດຊອບໂດຍກົງຂອງຄະນະພັກ ສະນັ້ນຄະນະພັກແຕ່ລະຂັ້ນ ຜູ້ນຳພາແຕ່ລະບ່ອນ ຕ້ອງຍົກສູງຄວາມສາມາດ ແລະ ຄວາມຮັບຜິດຊອບຂອງຕົນ ຕໍ່ການກຳນົດທິດ ແລະ ໜ້າທີ່ຈຸດສຸມຂອງການເຄື່ອນໄຫວ ໃນຂົງເຂດວຽກງານການເມືອງ-ແນວຄິດ, ການດຳເນີນວຽກງານການເມືອງ-ແນວຄິດ ຕ້ອງຢູ່ໃນທ່າບຸກ ແລະ ຕ້ອງນຳໃຊຫຼາຍຮູບການ, ຫຼາຍກຳລັງ ແລະ ມີເນື້ອໃນທີ່ຖືກຕ້ອງ, ສອດຄ່ອງກັບແຕ່ລະເປົ້າໝາຍ, ຕ້ອງຖືການກຳແໜ້ນສະພາບແນວຄິດ, ກຳແໜ້ນຫາງສຽງ ແລະ ສາມາດຄາດຄະເນທ່າອ່ຽງແນວຄິດທີ່ຈະເກີດຂຶ້ນ, ຮັບປະກັນ 4 ລັກສະນາພື້ນຖານຂອງວຽກງານການເມືອງ-ແນວຄິດ ຄື: ລັກສະນະນຳພາ, ລັກສະນາຕໍ່ສູ້, ລັກສະນະວິທະຍາສາດ-ຕົວຈິງ ແລະ ລັກສະນະມະຫາຊົນ.

ພ້ອມນີ້ ຍັງໄດ້ເຊື່ອມ ບົດລາຍງານສະພາບການ ແລະ ໝາກຜົນການຮ່ວມມື ລະຫວ່າງລາວ-ຫວຽດນາມ ປະຈຳປີ 2020 ໄລຍະ 2016-2020 ແລະ ບົດບັນທຶກ ສອງກົມການເມືອງລາວ-ຫວຽດນາມ ປະຈຳປີ 2021.

About admins16