ສະພາປະຊາຊົນແຂວງ ປະກອບສ່ວນສ້າງເສັ້ນທາງເບຕົງ ແລະ ມອບເຄື່ອງໃຫ້ສູນກັກກັນ ເມືອງທ່າພະບາດ

ໃນວັນທີ 13 ຕຸລາ 2021 ຢູ່ຫ້ອງປະຊຸມຫ້ອງວ່າການເມືອງທ່າພະບາດ ທ່ານ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງບໍລິຄຳໄຊ ພ້ອມຄະນະ ໄດ້ນຳເອົງຊີມັງຈຳນວນ 2 ໂຕ່ນ ມູນຄ່າ 1.240.000 ກີບ ມອບໃຫ້ເມືອງທ່າພະບາດ ເພື່ອປະກອບສ່ວນເຂົ້າໃນການກໍ່ສ້າງເສັ້ນທາງເບຕົງ ເຂົ້າຫາວັດທ່າໂພນສັນ ໂດຍການກ່າວຮັບຂອງທ່ານ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ.

ໂອກາດນີ້ ທ່ານເຈົ້າເມືອງທ່າພະບາດ ຕາງໜ້າໃຫ້ຄະນະບໍລິຫານງານພັກເມືອງ ໄດ້ເປັນກຽດມອບໃບຍ້ອງຍໍໃຫ້ສະພາປະຊາຊົນແຂວງ ທີ່ມີຜົນງານດີເດັ່ນປະກອບສ່ວນທຶນຮອນເຂົ້າໃນການກໍ່ສ້າງເສັ້ນທາງເບຕົງເຂົ້າຫາວັດທ່າໂພນສັນ.

ການກໍ່ສ້າງເສັ້ນທາງເບຕົງເຂົ້າຫາວັດທ່າໂພນສັນ ຈາກບ້ານໂພນສັນ ຫາວັດທ່າໂພນສັນ ມີຄວາມຍາວ 1.800 ແມັດ, ກວ້າງ 6 ແມັດ, ໃຈກາງທາງໜາ 20 ຊັງຕີແມັດ, ຂອບທາງ 15 ຊັງຕີແມັດ, ເລີີ່ມລົງມືກໍ່ສ້າງມາແຕ່ຕົ້ນເດືອນກັນຍາ 2021 ເປັນຕົ້ນມາ, ປະຈຸບັນສໍາເລັດແລ້ວ 800 ແມັດ ລວມມູນຄ່າການກໍ່ສ້າງ 400 ລ້ານກີບ, ໂດຍແມ່ນການປະກອບສ່ວນຂອງປະຊາຊົນ ແລະ ຜູ້ປະກອບການທຸລະກິດ, ພາກລັດ, ນິຕິບຸກຄົນ ຕະຫຼອດຮອດຜູ້ທີ່ມີຈິດໃຈເຫຼື້ອມໃສສັດທາທາງດ້ານສາສະໜາທັງພາຍໃນເມືອງ, ພາຍໃນແຂວງ ແລະ ຕ່າງແຂວງ, ການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກເຂົ້າຫາວັດທ່າໂພນສັນ ໂດຍແມ່ນອົງການພຸດທະສາສະໜາສຳພັນເມືອງ ແລະ ອົງການປົກຄອງເມືອງທ່າພະບາດເປັນເຈົ້າການກໍ່ສ້າງ.

ໃນເວລາຕໍ່ມາ ທ່ານປະທານສະພາປະຊາຊົນແຂວງພ້ອມຄະນະ ຍັງໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກຈຳນວນໜຶ່ງ ເປັນຕົ້ນແມ່ນເຂົ້າສານໜຽວ, ນໍ້າດື່ມ, ໝີ່ສໍາເລັດຮູບ ມູນຄ່າ 1 ລ້ານກວ່າກີບ ໄປມອບໃຫ້ເຈົ້າໜ້າທີ່ ທີ່ປະຕິບັດໜ້າທີ່ຢູ່ສູນກັກກັນ ບ້ານໂພນສັນ ເພື່ອນຳໃຊ້ເຂົ້າໃນຊີວິດປະຈຳວັນ.

ທ່ານ ຄຳປູ່ນ ສີຫາລາດ ຮອງເຈົ້າເມືອງ ຫົວໜ້າສະເພາະກິດເມືອງທ່າພະບາດ  ໄດ້ລາຍງານໃຫ້ຮູ້ອີກວ່າ: ຄະນະສະເພາະກິດຂັ້ນເມືອງ, ບ້ານ ໄດ້ເຂັ້ມງວດໃນການປະຕິບັດບັນດາຄໍາສັ່ງຂອງຂັ້ນເທິງ ໂດຍມີການຕິດຕາມ, ກວດກາຄົນເຂົ້າອອກເມືອງລະຫວ່າງແຂວງຕໍ່ແຂວງ, ລະຫວ່າງບ້ານຕໍ່ບ້ານ, ເຂັ້ມງວດການກັ່ນກອງບຸກຄົນທີ່ມາຈາກກູ່ມສ່ຽງ.

ມາຮອດປະຈຸບັນ ທົ່ວເມືອງທ່າພະບາດໄດ້ແຈກວັກຊິນເຂັມທີ 1 ໃຫ້ປະຊາກອນໄດ້ 6.114 ຄົນ ແລະ ເຂັມທີ 2 ເທົ່າ 27,68 %.

About admins14