ສະພາປະຊາຊົນແຂວງ ຖະແຫຼງລາຍຊື່ຜູ້ຮັບສະໝັກເລືອກຕັ້ງ ສະມາຊິກສະພາປະຊາຊົນ ຊຸດທີ II

ໃນວັນທີ 1 ກຸມພາ 2021 ຢູ່ຫ້ອງປະຊຸມສະພາແຫ່ງຊາດແຂວງບໍລິຄຳໄຊ ທ່ານ ນວນສະຫວັນ ແສງມະນີ ຮອງປະທານສະພາປະຊາຊົນແຂວງ ໄດ້ຖະແຫຼງລາຍຊື້ຜູ້ຮັບສະໝັກເລືອກຕັ້ງ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II ວ່າ ໂດຍປະຕິບັດຕາມ ມາດຕາ 12, 15 ຂອງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງຊຸດທີ II ຂອງແຂວງບໍລິຄໍາໄຊ, ແມ່ນຈະໄດ້ຈັດຂຶ້ນໃນວັນທີ 21 ກຸມພາ 2021 ໃນຂອບເຂດທົ່ວປະເທດ ນັບແຕ່ເວລາ 7:00ໂມງ-17:00ໂມງແລງ.

ສະເພາະຜູ້ຮັບສະໝັກເລືອກຕັ້ງສະມາຊິກສະພາປະຊາຊົນແຂວງ ຊຸດທີ II ຜູ້ສະໝັກທັງໝົດ ຈໍານວນ 39 ທ່ານ, ຍິງ 12 ທ່ານ, ໃນນັ້ນ ຜູ້ສະໝັກຂັ້ນແຂວງ 12 ທ່ານ ຍິງ 4 ທ່ານ, ຜູ້ສະໝັກຂັ້ນເມືອງ 26 ທ່ານ ຍິງ 8 ທ່ານ, ສສຂ ຊຸດທີ I ສືບຕໍ່ສະໝັກ 8 ທ່ານ ຍິງ 6 ທ່ານ ແລະ ຜູ້ສະໝັກຈາກພາກທຸລະກິດເອກະຊົນ ຈໍານວນ 1 ທ່ານ ເຊິ່ງມີລາຍລະອຽດ ດັ່ງນີ້:

ເຂດເລືອກຕັ້ງເມືອງປາກຊັນ ຜູ້ສະໝັກ 6 ທ່ານ, ຍິງ 2 ທ່ານ, ເລືອກເອົາ 4 ທ່ານ ປະກອບມີ:

ທ່ານ ນາງ ຄໍາເພັດ ດວງມະນີ ຮອງເລຂາພັກເມືອງ, ປະທານຄະນະກວດກາພັກ, ປະທານອົງການກວດກາລັດເມືອງ, ສະມາຊິກສະພາປະຊາຊົນແຂວງ ຊູດທີ I.

ທ່ານ ນາງ ມາລີສາ ອາໄພລາດ ຄະນະໜ່ວຍພັກ, ຄະນະປະຈໍາສະພາປະຊາຊົນແຂວງ, ປະທານຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ.

ທ່ານ ປອ ສົມນຶກ ແກ້ວມະນີ, ຮອງຫົວໜ້າຂະແໜງຂົວ-ທາງ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ.

ທ່ານ ໄຊຍະເພັດ ຈັນທິສອນ, ປະທານສະພາການຄ້າ ແລະ ອຸດສາຫະກໍາ, ປະທານສະມາຄົມນັກທຸລະກິດໜຸ່ມແຂວງບໍລິຄໍາໄຊ.

ທ່ານ ຂັນທະວີ ກາວສີ ກໍາມະການພັກເມືອງ, ຫົວໜ້າຫ້ອງການອຸດສາຫະກໍາ-ການຄ້າເມືອງປາກຊັນ.

ທ່ານ ອຳນວຍພອນ ມາລາວົງ ເລຂາໜ່ວຍພັກ, ຫົວໜ້າອົງການໄອຍະການປະຊາຊົນເຂດ I ແຂວງບໍລິຄໍາໄຊ.

ເມືອງທ່າພະບາດ 5 ທ່ານ, ຍິງ 01 ທ່ານ, ເລືອກເອົາ 03 ທ່ານ

ທ່ານ ສະຫວັນເພັດ ຈັນທະວົງສາ ຮອງເລຂາພັກເມືອງ, ປະທານຄະນະກວດກາພັກ, ປະທານອົງການກວດກາລັດເມືອງ.

ທ່ານ ນາງ ວັນນາ ປະເສີດກຸນ ຮອງປະທານຄະນະກໍາມະການຍຸຕິທໍາ ແລະ ປກຊ-ປກສ ສະພາປະຊາຊົນແຂວງ ຊູດທີ I.

ທ່ານ ວົງດອນ ປັນຍານຸວົງ ຄະນະປະຈໍາພັກເມືອງ, ປະທານແນວລາວສ້າງຊາດ ເມືອງທ່າພະບາດ.

ທ່ານ ກອນ ຫຼວງພິທັກ ກໍາມະການພັກເມືອງ, ຫົວໜ້າຫ້ອງການການເງິນເມືອງທ່າພະບາດ.

ທ່ານ ບຸນທົງ ໄຊຍະສານ ຫົວໜ້າຂະແໜງຍຸຕິທໍາ ຄະນະກໍາມະການຍຸຕິທໍາ ແລະ ປກຊ-ປກສ ສະພາປະຊາຊົນແຂວງ ຊູດທີ I.

ເມືອງບໍລິຄັນ 6 ທ່ານ, ຍິງ 02 ທ່ານ, ເລຶອກເອົາ 4 ທ່ານ ປະກອບມີ

ທ່ານ ນາງ ວາລີ ສຸດທະວົງ ຮອງເລຂາພັກເມືອງ, ຜູ້ຊີ້ນໍາວຽກງານກໍ່ສ້າງພັກ-ພະນັກງານ, ຊີ້ນໍາວຽກກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານເມືອງ ສະມາຊິກສະພາປະຊາຊົນແຂວງ ຊູດທີ I.

ທ່ານ ຄົວເຮີ່ ໄຟເຊ່ຍ ເລຂາໜ່ວຍພັກ, ອໍານວຍການໂຮງຮຽນ ມສ ຜາເມືອງ.

ທ່ານ ສະພັງທອງ ພົມມະຈັກ ຮອງເລຂາໜ່ວຍພັກ, ຫົວໜ້າຂະແໜງຈັດຕັ້ງ-ພະນັກງານ ແລະ ກວດກາ ພະແນກຍຸຕິທໍາແຂວງ.

ທ່ານ ນາງ ພິດສະໄໝ ແກ້ວວິເສດ ກໍາມະການພັກເມືອງ, ຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງ.

ທ່ານ ວິລັດ ສຸມີໄຊ ຮອງເລຂາທິການສະພາປະຊາຊົນແຂວງ.

ທ່ານ ກົງວຽງ ພັນທະວົງສາ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງ.

ເມືອງປາກກະດິງ 6 ທ່ານ, ຍິງ 01 ທ່ານ, ເລືອກເອົາ 04 ທ່ານ ປະກອບມີ

ທ່ານ ໃສຄໍາ ທອງລັດ ກໍາມະການພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ປະທານຄະນະກໍາມະການເສດຖະກິດ ແຜນການ ແລະ ການເງິນ.

ທ່ານ ທອງແດງ ຍັນວິໄລ ຮອງເລຂາພັກເມືອງ, ປະທານຄະນະກວດກາພັກ, ປະທານອົງການກວດກາລັດເມືອງປາກກະດິງ.

ທ່ານ ປອ ລົມເຢັນ ສີສຸວົງ ຄະນະພັກຮາກຖານ, ຫົວໜ້າຂະແໜງສິ່ງແວດລ້ອມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ.

ທ່ານ ນາງ ສົມຮັກ ແກ້ວມະນີ ກໍາມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງປາກກະດິງ; ສະມາຊິກສະພາປະຊາຊົນແຂວງ ຊູດທີ I.

ທ່ານ ວື່ທ່າວ ເພຍຫຼວງ ກໍາມະການພັກເມືອງ, ຫົວໜ້າຫ້ອງການຍຸຕິທໍາເມືອງປາກກະດິງ.

ທ່ານ ພັທ ດວງດີ ໃສອາລຸນ ກໍາມະການພັກເມືອງ, ຫົວໜ້າກອງບັນຊາການທະຫານເມືອງປາກກະດິງ.

ເມືອງຄໍາເກີດ 6 ທ່ານ, ຍິງ 03 ທ່ານ, ເລືອກເອົາ 4 ທ່ານ ປະກອບມີ

ທ່ານ ວິໄລ ສີສະໝຸດ ຮອງເລຂາພັກເມືອງ, ປະທານຄະນະກວດກາພັກ, ປະທານອົງການກວດກາລັດເມືອງ; ສະມາຊິກສະພາປະຊາຊົນແຂວງ ຊຸດທີ I.

ທ່ານ ສີສະຫວາດ ທັນທະບຸນ ຮອງເລຂາທິການສະພາປະຊາຊົນແຂວງ.

ທ່ານ ນາງ ສາຍຄຳ ທຳມະວົງສາ ເລຂາໜ່ວຍພັກ, ອໍານວຍການສະຖານີໂທລະພາບແຂວງ.

ທ່ານ ບຸນແພງ ຫວັງຄືທ່າວ ກຳມະການພັກເມືອງ, ຫົວໜ້າຫ້ອງການອຸດສາຫະກໍາ-ການຄ້າເມືອງຄໍາເກີດ.

ທ່ານ ນາງ ໄພວັນ ຄຳສຸກຖາວົງ ຄະນະໜ່ວຍພັກ, ຮອງຫົວໜ້າຫ້ອງການ ຖວທ ເມືອງຄໍາເກີດ.

ທ່ານ ນາງ ພາສັນ ສຸພັນ ຄະນະໜ່ວຍພັກ, ຮອງປະທານສະຫະພັນແມ່ຍິງເມືອງຄໍາເກີດ.

ເມືອງວຽງທອງ 5 ທ່ານ, ຍິງ 2 ທ່ານ ເລືອກເອົາ 3 ທ່ານ ປະກອບມີ

ທ່ານ ສົມໃຈ ຊົງລາຫວ່າງ ຮອງເລຂາພັກເມືອງ, ປະທານຄະນະກວດກາພັກ, ປະທານອົງການກວດກາລັດເມືອງ.

ທ່ານ ພັທ ໄຊຍະສຸກ ຫຼຽນຕະກູນ ຄະນະພັກກອງບັນຊາການ ປກສ ແຂວງ, ຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ.

ທ່ານ ນາງ ບີ້ຫວ່າງ ໜູສ້າງ ຮອງປະທານສະຫະພັນແມ່ຍິງເມືອງວຽງທອງ, ສະມາຊິກສະພາປະຊາຊົນແຂວງ ຊຸດທີ I.

ທ່ານ ນາງ ພູວາ ຈັນທະສອນ ກຳມະການພັກເມືອງ, ຫົວໜ້າຫ້ອງການ ຮສສ ເມືອງວຽງທອງ.

ທ່ານ ເຄນພອນ ໄຊຍະຈັກ ເລຂາໜ່ວຍພັກ, ເລຂາຄະນະບໍລິຫານງານຊາວໜຸ່ມເມືອງວຽງທອງ.

ເມືອງໄຊຈໍາພອນ 5 ທ່ານ, ຍິງ 1 ທ່ານ, ເລືອກເອົາ 3 ທ່ານ ປະກອບມີ

ທ່ານ ນາງ ຟອງສະໝຸດ ພົງວິຈິດ ກຳມະການພັກແຂວງ, ຮອງຫົວໜ້າຫ້ອງວ່າການແຂວງ.

ທ່ານ ສ້ອຍມະນີ ຈັນເນັ່ງປ່າວ ຮອງເລຂາພັກເມືອງ, ປະທານຄະນະກວດກາພັກ, ປະທານອົງການກວດກາລັດເມືອງໄຊຈຳພອນ.

ທ່ານ ບຸນຍັງ ວົງວິໄຊ ກຳມະການພັກເມືອງ, ເລຂາຄະນະບໍລິຫານງານຊາວໜຸ່ມເມືອງໄຊຈຳພອນ.

ທ່ານ ສີພັນ ໄຊສົມບູນ ກຳມະການພັກເມືອງ, ຫົວໜ້າຫ້ອງການ ຮສສ ເມືອງໄຊຈຳພອນ.

ທ່ານ ສີທະນົງ ຈູມມາລາວົງ ກຳມະການພັກເມືອງ, ຫົວໜ້າຫ້ອງການກະສິກໍາ-ປ່າໄມ້ ເມືອງ ໄຊຈຳພອນ.

ທ່ານຮອງປະທານສະພາປະຊາຊົນແຂວງ ຍັງໄດ້ກ່າວຕື່ມອີກວ່າ ບັ້ນເລືອກຕັ້ງຄັ້ງນີ້ ແມ່ນມີຄວາມໝາຍ-ຄວາມສໍາຄັນຢ່າງຍິ່ງ ເຮັດໃຫ້ປະຊົນລາວບັນດາເຜົ່າ ເວົ້າລວມ, ເວົ້າສະເພາະ ແມ່ນປະຊາຊົນພາຍໃນແຂວງບໍລິຄໍາໄຊ ຈະໄດ້ປະຕິບັດສິດ ແລະ ໜ້າທີ່ຂອງຂອງຕົນ ໃນຖານະເປັນພົນລະເມືອງລາວ, ພ້ອມທັງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ ເຂົ້າຮ່ວມການເລືອກຕັ້ງຄັ້ງນີ້ ໃຫ້ກາຍເປັນບຸນປາງໃຫຍ່ຂອງຊາດ ດຳເນີນໄປດ້ວຍບັນຍາກາດເບີກບານມ່ວນຊື່ນ, ມີປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ, ປະຢັດ ແລະ ປະຕິບັດໃຫ້ໄດ້ 3 ຄາດໝາຍ ຄື: ຜູ້ມີສິດປ່ອນບັດເລືອກຕັ້ງ ຕື່ນຕົວໄປໃຊ້ສິດເລືອກຕັ້ງໃຫ້ໄດ້ ຮ້ອຍສ່ວນຮ້ອຍ, ຮັບປະກັນບໍ່ໃຫ້ມີບັດຕາຍ ຮ້ອຍສ່ວນຮ້ອຍ ແລະ ແຕ່ລະໜ່ວຍປ່ອນບັດ ເຂດເລືອກຕັ້ງຕ້ອງຮັບປະກັນ ໃຫ້ມີຄວາມສະຫງົບປອດໄພ ໃນວັນເລືອກຕັ້ງ ໃຫ້ໄດ້ຮ້ອຍສ່ວນຮ້ອຍ.

About admins14