ສະພາປະຊາຊົນແຂວງບໍລິຄຳໄຊ ທາບທາມຮ່າງນິຕິກຳ ທີ່ຈະນຳເຂົ້າພິຈາລະນາ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2

ກອງປະຊຸມສະທາບທາມຮ່າງນິຕິກຳໃຕ້ກົດໝາຍ ທີ່ຈະນຳເຂົ້າພິຈາລະນາ, ຮັບຮອງ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ 2 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 24 ທັນວາ 2021 ຢູ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງ ໂດຍການເປັນປະທານຂອງທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງບໍລິຄຳໄຊ, ມີຮອງປະທານສະພາ, ສະມາຊິກສະພາປະຊາຊົນແຂວງ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ. ສຳລັບພະແນກການ ແລະ ບັນດາເມືອງ ແມ່ນເຂົ້າຮ່ວມຜ່ານລະບົບວີດີໂອຄອນເຟີເຣັ້ນ.

ທ່ານນາງ ຟອງສະໝຸດ ພົງວິຈິດ ເລຂາທິການສະພາປະຊາຊົນແຂວງ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2021 ວ່າ: ສະມາຊິກສະພາປະຊາຊົນແຂວງ ໄດ້ປະສານສົມທົບກັບກໍາມາທິການ ຂອງສະພາແຫ່ງຊາດ, ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ, ພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງ ແລະ ເຂົ້າຮ່ວມການທານທາມ, ປະກອບຄໍາເຫັນເຂົ້າໃນການສ້າງ ແລະ ປັບປຸງຮ່າງກົດຫມາຍ ທີ່ຈະນໍາເຂົ້າພິຈາລະນາ, ຮັບຮອງໃນກອງປະຊຸມສະໄຫມວິສາມັນ ເທື່ອທີ 1 ແລະ ກອງປະຊຸມສະໄຫມສາມັນ ເທື່ອທີ 2 ສະພາ ແຫ່ງຊາດ ຊຸດທີ IX ປະຕິບັດໄດ້ 16 ສະບັບ, ໃນນັ້ນ ສ້າງໃຫມ່ 4 ສະບັບ, ປັບປຸງ 12 ສະບັບ, ໄດ້ເອົາໃຈໃສ່ປະຕິບັດຫນ້າທີ່ການເມືອງຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ເສີມຂະຫຍາຍຄວາມຮູ້ຄວາມສາມາດເຂົ້າໃນການຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນຕໍ່ບັນຫາສໍາຄັນຂອງທ້ອງຖິ່ນ, ລົງເຄື່ອນໄຫວຕິດຕາມວຽກງານຢູ່ບັນດາເມືອງ ຕິດພັນກັບການລົງພົບປະປະຊາຊົນ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ, ຕິດຕາມກວດກາການກໍ່ສ້າງ ແລະ ນໍາໃຊ້ລະບົບຊົນລະປະທານ ເພື່ອການຜະລິດພາຍໃນແຂວງ, ການຊອກຄົ້ນ, ຂຸດຄົ້ນສໍາຫຼວດ ແລະ ສົ່ງອອກແຮ່ທາດພາຍໃນແຂວງ.

ຜ່ານມາ ມີຄໍາຮ້ອງທີ່ຢືນມາສະພາປະຊາຊົນແຂວງ ຈໍານວນ 40 ເລື່ອງ, ໃນນີ້ ເປັນຄໍາຮ້ອງຂໍຄວາມເປັນທໍາ 10 ເລື່ອງ, ຄໍາສະເຫນີ 30 ເລື່ອງ, ພິຈາລະນາແກ້ໄຂສໍາເລັດ ຈໍາ ນວນ 38 ເລື່ອງ, ກໍາລັງຄົ້ນຄວ້າ 2 ເລື່ອງ, ບັນຫາທີ່ພົ້ນເດັ່ນແມ່ນບໍ່ພໍໃຈຕໍ່ຄໍາຕັດສິນຂອງສານ, ຂໍ້ຂັດແຍ່ງທີ່ດິນ ພ້ອມນີ້ ຍັງໄດ້ໃຫ້ການຕ້ອນຮັບ ແລະ ໃຫ້ຄໍາປຶກສາທາງດ້ານກົດໝາຍແກ່ປະຊາຊົນ ຈໍານວນ 17 ຄັ້ງ, 29 ເທື່ອຄົນ.

ຈາກນັ້ນ ກອງປະຊຸມໄດ້ຮັບຟັງການສະເໜີຮ່າງຂໍ້ຕົກລົງຈາກພະແນກການ ເປັນຕົ້ນແມ່ນ ຮ່າງຂໍ້ຕົກລົງວ່າດ້ວຍການມີສ່ວນຮ່ວມຂອງສັງຄົມໃນວຽກງານສຶກສາ ( ປັບປຸງ ), ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ, ປົກປັກຮັກສາປ່າສະຫງວນຫ້ວຍງົວ ( ສ້າງໃໝ່ ), ຮ່າງຂໍ້ຕົກລົງ ວ່າດ້ວຍການກຳນົດລະບຽບການປັບໄໝ ແລະ ນຳໃຊ້ມາດຕະການອື່ນໆ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບກ່ຽວກັບສິ່ງແວດລ້ອມ ( ສ້າງໃໝ່ ) ແລະ ຮ່າງຂໍ້ຕົກລົງວ່າດ້ວຍລະບຽບການຄຸ້ມຄອງການລົງທຶນດ້ານກະສິກຳຕາມຮູບແບບສັນຍາ ( ປັບປຸງ ).

ພ້ອມນີ້ ບັນດາສະມາຊິກສະພາປະຊາຊົນແຂວງ ແລະ ຜູ້ແທນກອງປະຊຸມ ໄດ້ພ້ອມກັນປະກອບຄຳເຫັນໃສ່ບັນດາຮ່າງຂໍ້ຕົກລົງ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ນຳໄປສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງບໍລິຄຳໄຊ ທີ່ຈະຈັດຂຶ້ນໃນຕໍ່ໜ້ານີ້.

About admins16