ສະພາກາແດງແຫ່ງ ສສ ຫວຽດນາມ ມອບເຄື່ອງບັນເທົາທຸກໃຫ້ຄອບຄົວທຸກຍາກ ແຂວງບໍລິຄໍາໄຊ

ພິທີມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວທຸກຍາກ ແຂວງບໍລິຄໍາໄຊ ຈາກສະພາກາແດງ ແຫ່ງ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 25 ຕຸລາ 2022 ຢູ່ອົງການກາແດງແຂວງບໍລິຄຳໄຊ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ ສປປ ລາວ, ທ່ານ ນາງ ບຸຍທິຮົວ ປະທານສະພາກາແດງ ສສ ຫວຽດນາມ ແລະ ທ່ານ ຮສ.ດຣ ສິງ ເມໂນລາດ ຮອງປະທານອົງການກາແດງແຫ່ງຊາດລາວ, ມີການນຳຂອງແຂວງ, ເມືອງ, ບ້ານ, ຕາງໜ້າຄອບຄົວທຸກຍາກ 10 ຄອບຄົວ, ບໍລິສັດຊີຟີລາວ, ຄະນະສະພາກາແດງ ສສ ຫວຽດນາມ ແລະ ພາກສ່ວນກ່ຽວຂ້ອງ  ເຂົ້າຮ່ວມ.

ເຄື່ອງທີ່ນຳມາມອບໃຫ້ຄັ້ງນີ້ລວມມີ ເຄື່ອງອຸປະໂພກ – ບໍລິໂພກ ຈຳນວນ 100 ຖົງ ມູນຄາ 25 ລ້ານກີບ, ເປນອນ 21 ຜືນ ມູນຄ່າ 2.835.000 ດົ່ງ ແລະ ເຂົ້າໜົມປັງ 21 ແກັດ ມູນຄ່າ 31.752.000 ດົ່ງ, ລວມມູນຄ່າການຊ່ວຍເຫຼືອ ທັງໝົດ 25.000.000 ກີບ ແລະ 34.587.000 ດົ່ງ, ກ່າວມອບໂດຍ ທ່ານ ນາງ ບຸຍທິຮົວ ປະທານສະພາກາແດງ ສສ ຫວຽດນາມ ແລະ ກ່າວຮັບໂດຍ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້ານແຂວງບໍລິຄຳໄຊ ສປປ ລາວ.

ໂອກາດນີ້ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້ານແຂວງບໍລິຄຳໄຊ ສປປ ລາວ ໄດ້ສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍ ສະພາກາແດງ ສສ ຫວຽດນາມ ທີ່ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວທຸກຍາກ ແຂວງບໍລິຄໍາໄຊ ໃນຄັ້ງນີ້, ພ້ອມດຽວກັນ ທ່ານຍັງໄດ້ຫວນຄືນ ກ່ຽວກັບການພົວພັນຮ່ວມມືກັນທີ່ແໜ້ນແຟ້ນ ລະຫວ່າງແຂວງບໍລິຄຳໄຊ ກັບແຂວງແຮກສ່ຽວ ແຂວງເຫງະອານ – ແຂວງຮາຕິ່ງ ແລະ ແຂວງອື່ນໆຂອງ ສສ ຫວຽດນາມ ທີ່ຍາມໃດກໍ່ມີການຮ່ວມມືແລກປ່ຽນວຽກງານ, ພົວພັນຮ່ວມມື ແລະ ຊ່ວຍເຫຼືອກັນຢ່າງເປັນປະຈຳ ແລະ ທ່ານໄດ້ອວຍພອນໃຫ້ຄວາມສາມັກຄີແບບພິເສດ, ການພົວພັນຮ່ວມມືຮອບດ້ານ ລະຫວ່າງ ລາວ – ຫວຽດນາມ, ຫວຽດນາມ – ລາວ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ.

About admins14