ສະພາການຄ້າ ແລະ ອຸດສາຫະກຳ ແຂວງບໍລິຄຳໄຊ ເປີດງານຕະຫຼາດນັດວາງສະແດງ – ຂາຍສິນຄ້າ

ພິທີເປີດງານຕະຫຼາດນັດ ວາງສະແດງ ແລະ ຂາຍສິນຄ້າ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 30 ພຶດສະພາ 2022 ຢູ່ຫ້ອງການສະພາການຄ້າ ແລະ ອຸດສາຫະກຳ ແຂວງບໍລິຄຳໄຊ ( ສຄອ ) ເປັນກຽດເຂົ້າຮ່ວມຂອງທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ, ທ່ານ ໄກສອນ ຈັນສີນາ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ມີ ຄະນະທີ່ປຶກສາ ສຄອ ແຂວງ, ຂະແໜງການກ່ຽວຂ້ອງ ຕະຫຼອດຮອດຜູ້ປະກອບການຊາວຄ້າຂາຍ ເຂົ້າຮ່ວມ.

ທ່ານ ໄຊຍະເພັດ ຈັນທິສອນ ປະທານສະພາການຄ້າ ແລະ ອຸດສາຫະກຳແຂວງ ກ່າວວ່າ: ການຈັດງານຕະຫຼາດນັດ ແລະ ຈຳໜ່າຍສິນຄ້າໃນຄັ້ງນີ້ ແມ່ນເພື່ອເປັນການສ້າງຂະບວນການຕ້ອນຮັບວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ, ທັງເປັນການກະຕຸກຊຸກຍູ້, ສົ່ງເສີມບັນດາຫົວໜ່ວຍຜະລິດຕະພັນ ODOP ( ໜຶ່ງເມືອງ ໜຶ່ງຜະລິດຕະພັນ ) ແລະ ບັນດາຫົວໜ່ວຍຜະລິດຕະພັນສິນຄ້າທີ່ເປັນທ່າແຮງຂອງແຂວງ ໄດ້ນໍາເອົາຜະລິດຕະພັນສິນຄ້າຂອງຕົນ ອອກມາວາງຈຳໜ່າຍ ສ້າງໃຫ້ມີລາຍຮັບ ເພື່ອເປັນທຶນໝູນວຽນ ໃນການດໍາເນີນທຸລະກິດຂອງຕົນ ແລະ ທັງເປັນການກະຕຸກຊຸກຍູ້ເຂົາເຈົ້າ ໃຫ້ມີການຜະລິດສິນຄ້າໄດ້ຫຼາຍຂື້ນ ກາຍເປັນຫົວໜ່ວຍການຜະລິດທີ່ເຂັ້ມແຂງ ສາມາດຕອບສະໜອງເຂົ້າສູ່ຕະຫຼາດພາຍໃນໄດ້ພຽງພໍຢ່າງເປັນປົກກະຕິ ແລະ ພັດທະນາໃຫ້ກາຍເປັນສິນຄ້າທີ່ມີຄຸນະພາບ ເພື່ອສົ່ງອອກໃນອານາຄົດ.

ງານຕະຫຼາດນັດໃນຄັ້ງນີ້ ມີຫົວໜ່ວຍທຸລະກິດຕ່າງໆເຂົ້າຮ່ວມຈຳນວນ 21 ຮ້ານ, ໃນນີ້ມີຫົວໜ່ວຍຜະລິດຕະພັນ ODOP ສິນຄ້າທີ່ເປັນ ທ່າແຮງຂອງແຂວງ ຈຳນວນ 09 ຮ້ານ ແລະ ຮ້ານໝາກໄມ້ທີ່ແມ່ນຜົນຜະລິດຊາວສວນພາຍໃນແຂວງ ຈໍານວນ 01 ເຕັ້ນ ເຊິ່ງມີມູນຄ່າຂອງສິນຄ້າທີ່ເຂົ້າຮ່ວມງານທັງໝົດປະມານ 376.400.000 ກີບ ແລະ ຄາດວ່າຈະມີເງິນສະພັດປະມານ 112.920.000 ກີບ.

          ນອກນີ້ ຍັງມີເຄື່ອງຫຼີ້ນສໍາລັບເດັກນ້ອຍ ຈຳນວນ 05 ເຄື່ອງ ແລະ ສະໄລ້ເດີ້ ຈຳນວນ 01 ຊຸດ, ພິເສດ ມີ 02 ທະນາຄານເຂົ້າຮ່ວມ ເພື່ອເຮັດໜ້າທີ່ໂຄສະນາບັນດາຜະລິດຕະພັນຂອງຕົນເອງ ພ້ອມທັງບໍລິການລະດົມເງິນຝາກ ຊຶ່ງລູກຄ້າສາມາດເປີດບັນຊີ ແລະ ຮັບໃຊ້ບໍລິການໃນການຕັ້ງແອັບໄດ້.

       ສ່ວນກາງຄືນ ກໍ່ໄດ້ມີການຄົບງັນເສບດົນຕີ ເພື່ອສ້າງຄວາມມ່ວນຊື່ນໃຫ້ກັບຜູ້ທີ່ມາທ່ຽວຊົມໃນງານ, ງານຕະຫຼາດນັດ ແລະ ຈຳໜ່າຍສິນຄ້າໃນຄັ້ງນີ້ ຈະໄດ້ດຳເນີນໄປເປັນເວລາ 5 ວັນ ໂດຍເລີ່ມ ແຕ່ວັນທີ 30 ພຶດສະພາ ຈົນເຖິງວັນທີ 3 ມີຖຸນາ 2022 ຈຶ່ງຈະໄດ້ປິດລົງ.

About admins16