ສະພາການຄ້າແຂວງ ສະຫລຸບວຽກງານ 1 ປີ

ກອງປະຊຸມສະຫຼຸບວຽກງານປະຈຳປີ 2020 ແລະ ວາງທິດທາງແຜນການ 2021 ຂອງສະພາການຄ້າ ແລະ ອຸດສາຫະກຳແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 27 ມີນາ 2021 ຢູ່ໂຮງແຮມດອກຈໍາປາ ເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ໄຊຍະເພັດ ຈັນທິສອນ ປະທານ ສອຄ ແຂວງ, ມີຫົວໜ້າ-ຮອງຫົວໜ້າພະແນກການ, ຂະແໜງການກ່ຽວຂ້ອງຂັ້ນແຂວງ-ເມືອງ, ຜູ້ປະກອບການທຸລະກິດພາຍໃນແຂວງ ພ້ອມດ້ວຍພະນັກງານວິຊາການ ເຂົ້າຮ່ວມ.

ທ່ານ ໄຊຍະເພັດ ຈັນທິສອນ ປະທານສະພາການຄ້າ ແລະ ອຸດສາຫະກຳແຂວງ ໄດ້ຂຶ້ນຜ່ານບົດລາຍງານການຈັດຕັ້ງວຽກງານໃນໄລຍະ 1 ປີ ຜ່ານມາ ວ່າ: ສະພາການຄ້າ ແລະ ອຸດສາຫະກຳ ແຂວງ ໃນຖານະທີ່ເປັນອົງການຈັດຕັ້ງຂອງພາກທຸລະກິດ ແລະ ເປັນຂົວຕໍ່ລະຫວ່າງພາກລັດ ກັບພາກທຸລະກິດຢູ່ພາຍໃນແຂວງ ກໍ່ໄດ້ຈັດຕັ້ງເຄື່ອນໄຫວໜ້າທີ່ວຽກງານຕາມພາລະບົດບາດ ສິດ ແລະ ໜ້າທີ່ຂອງຕົນຢ່າງເປັນປົກກະຕິຕະຫຼອດມາ ຊຶ່ງສະແດງອອກ ຄື: ອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ໃຫ້ກັບບັນດາຫົວໜ່ວຍທຸລະກິດ ທີ່ສົ່ງສິນຄ້າອອກໄປຕ່າງປະເທດ ໄດ້ຈຳນວນ 236 ຊຸດ ມູນຄ່າ 38.856.651,83 ໂດລາ ( ສ່ວນຫຼາຍແມ່ນຢາງພາລາ ), ຂະຫຍາຍສະມາຊິກ ສຄອ ໄດ້ເພີ່ມ 42 ຫົວໜ່ວຍ ຮອດປະຈຸບັນລວມມີ 71 ຫົວໜ່ວຍ, ຄັດເລືອກບັນດາຫົວໜ່ວຍທຸລະກິດ SME ທີ່ມີຈຸດປະສົງຕ້ອງການເຂົ້າຫາແຫຼ່ງທຶນດອກເບ້ຍຕໍ່າ ເພື່ອສົ່ງເຖິງທະນາຄານພັດທະນາລາວ ສາຂາປາກຊັນ ໄດ້ 25 ຫົວໜ່ວຍ, ສະເໜີຂໍນຳໃຊ້ກາໝາຍ Made in Laos ຂອງ ສຄອ ແຫ່ງຊາດ 1 ຫົວໜ່ວຍ ຄືຜະລິດຕະພັນໝໍ້ແປງໄຟຟ້າຍີ່ຫໍ້ SK, ສ້າງຂະບວນການຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 45 ປີ ມີຮ້ານຂາຍເຄື່ອງເຂົ້າຮ່ວມ 45 ຮ້ານ ແລະ ຜະລິດຕະພັນທີ່ເປັນທ່າແຮງຂອງແຂວງ 10 ຮ້ານ, ໄດ້ສົມທົບກັນປະກອບສ່ວນເຂົ້າໃນກອງທຶນປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ 19 ໃຫ້ແຂວງ ຈຳນວນ 20 ລ້ານກີບ, ຊຸກຍູ້ກອງປະຊຸມໃຫຍ່ ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ 7 ເປັນເງິນ 69.500.000 ກີບ.

ສຳລັບທິດທາງແຜນການໃນຕໍ່ໜ້າ ສືບຕໍ່ປັບປຸງໂຄງປະກອບການຈັດຕັ້ງຂອງ ສຄອ ແຂວງ ໃຫ້ຄົບຊຸດ, ຂະຫຍາຍບັນດາຫົວໜ່ວຍທຸລະກິດເຂົ້າເປັນສະມາຊິກໃໝ່ຂອງ ສຄອ ແຂວງ ໃຫ້ໄດ້ 30 ຫົວໜ່ວຍ, ສືບຕໍ່ປະຕິບັດວຽກງານການພົວພັນກັບທະນາຄານພັດທະນາລາວ ສາຂາປາກຊັນ ເພື່ອຊຸກຍູ້ໃຫ້ຫົວໜ່ວຍທຸລະກິດໄດ້ເຂົ້າເຖິງແຫຼ່ງທຶນ ດອກເບ້ຍຕ່ຳໄລຍະຍາວຢ່າງເປັນປົກກະຕິ, ປະສານສົມທົບກັບຄະນະກຳມະການ 3 ຝ່າຍ ກ່ຽວກັບສາຍພົວພັນແຮງງານຂັ້ນແຂວງ ເພື່ອຈັດຕັ້ງປະຕິບັດໜ້າທີ່ວຽກງານຮ່ວມກັນຢ່າງເປັນປົກກະຕິ ແລະ ສືບຕໍ່ຕິດຕາມກວດກາບັນດາຫົວໜ່ວຍຜະລິດຕະພັນທີ່ມີເງື່ອນໄຂຄົບຖ້ວນ ເພື່ອສະເໜີເຖິງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ເພື່ອຂໍນຳໃຊ້ກາໝາຍ Made in Laos ໃຫ້ໄດ້ 2 ຫົວໜ່ວຍ.

ພ້ອມນີ້ ຍັງໄດ້ມອບໃບຍ້ອງຍໍຂອງ ສຄອ ແຂວງ ໃຫ້ຜູ້ທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຄື່ອນໄຫວວຽກງານ ສະພາການຄ້າ ແລະ ອຸດສາຫະກຳແຂວງ ໃນໄລຍະ 1 ປີຜ່ານມາ ຈຳນວນ 25 ທ່ານ ແລະ ໃບຊົມເຊີຍຈຳນວນ 4 ທ່ານ ເປັນກຽດມອບໂດຍທ່ານ ໄຊຍະເພັດ ຈັນທິສອນ ປະທານສະພາການຄ້າ ແລະ ອຸດສາຫະກຳແຂວງບໍລິຄຳໄຊ.

About admins16