ສະຕາລາວໂທລະຄົມ ຊຸກຍູ້ວຽກງານສື່ສານໂທລະຄົມ ໃຫ້ຊາວໜຸ່ມແຂວງ

ໃນວັນທີ 27 ຕຸລາ 2021 ທ່ານ ນາງ ດາວອນ ເພັດສານຸພົນ ອໍານວຍການບໍລິສັດສະຕາລາວໂທລະຄົມ ສາຂາແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ ໄດ້ນໍາຊິມກາດນັກສຶກສາ ມາມອບໃຫ້ຄະນະບໍລິຫານງານຊາວໜຸ່ມແຂວງ ໃຫ້ກຽດກ່າວຮັບໂດຍ ທ່ານ ທອງມະນີ ໂຄດປັນຍາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ໂດຍຊ້ອງໜ້າພະນັກງານທັງສອງພາກສ່ວນ ເຂົ້າຮ່ວມ.

ຊິມກາດທີ່ນຳມາມອບໃຫ້ຄັ້ງນີ້ ມີທັງໝົດ 800 ຊິມ ໂດຍແຕ່ລະຊິມຈະມີມູນຄ່າໂທ ແລະ ດາຕາຟຣີ, ລວມມູນຄ່າ 8.000.000 ກີບ, ຈຸດປະສົງ ກໍ່ເພື່ອໃຫ້ຄະນະບໍລິຫານງານຊາວໜຸ່ມແຂວງ ນຳໄປແຈກຢາຍໃຫ້ຊາວໜຸ່ມໃນທົ່ວແຂວງ ໄດ້ນຳໄປຮັບໃຊ້ເຂົ້າໃນວຽກງານຕ່າງໆ.

About admins14