ສສຊ ແລະ ສສຂ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງປາກກະດິງ

ໃນລະຫວ່າງວັນທີ 24 ຫາ 26 ພຶດສະພາ 2021 ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II ປະຈຳເຂດເລືອກຕັ້ງເມືອງປາກກະດິງ ໂດຍການນຳພາທີມງານຂອງ ທ່ານ ໃສຄຳ ທອງລັດ ຮອງປະທານສະພາປະຊາຊົນແຂວງ ສະມາຊິກສະພາປະຊົນປະຈຳເຂດເລືອກຕັ້ງເມືອງປາກກະດິງ, ໂດຍມີພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ ແລະ ການນຳຂັ້ນເມືອງຕິດຕາມ.

ການລົງເຄື່ອນໄຫວໃນຄັ້ງນີ້ ໄດ້ພົບປະຢ້ຽມຢາມ ອຳນາດການປົກຄອງບ້ານຊອດ, ບ້ານສົມສະນຸກ, ບ້ານຂອນຂ້ວາງ, ບ້ານທ່າກັນຖິນ, ບ້ານບຸ່ງກວາງ, ບ້ານທ່າສະອາດ, ບ້ານແກ້ງຫຼວງ ແລະ ບ້ານທົ່ງນ້ອຍ ເຊີ່ງແຕ່ລະບ້ານ ກໍ່ໄດ້ລາຍງານສະພາບໂດຍຫຍໍ້ ຂອງການສ້າງເສດຖະກິດ ພ້ອມຄຳສະເໜີບາງບັນຫາຕໍ່ສະພາ ເພື່ອຂໍທິດຊີ້ນຳ ແລະ ຫາວິທີແກ້ໄຂຊ່ວຍ ໂດຍສະເພາະແມ່ນການດູດຫີນ-ຊາຍຕາມລຳແມ່ນ້ຳຂອງ, ບັນຫາຕາຝັ່ງເຈື່ອນ, ບັນຫາຂໍ້ຂັດແຍ່ງທີ່ດິນ ແລະ ບັນຫາການຜະລິດເປັນສິນຄ້າຂອງຊາວກະສິກອນຍັງບໍ່ມີຕະຫຼາດຮອງຮັບທີ່ແນ່ນອນ.

ທີມງານ ສສຊ ແລະ ສສຂ ກໍ່ໄດ້ອະທິບາຍຊີ້ແຈງບາງບັນຫາ ແລະ ຮັບເອົາບາງບັນຫາໄປຄົ້ນຄ້ວາພິຈາລະນາ, ພ້ອມທັງເຜີຍແຜ່ຜົນສຳເລັດ ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ 2 ທີ່ໄດ້ສຳເລັດລົງໃນຕົ້ນເດືອນ ເມສາ ຜ່ານມາ.

ພ້ອມນີ້ ຍັງໄດ້ຊຸກຍູ້ຊີ້ນຳວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດ ຂອງພະຍາດຂອງ-19 ໃຫ້ໄດ້ຮັບຜົນດີ ແລະ ວຽກງານການຜະລິດເປັນສິນຄ້າຂອງຊາວກະສິກອນໃຫ້ມີທ່າແຮງທີ່ໝັ້ນຄົງ.

About admin11