ສສຊ ແລະ ສສຂ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງວຽງທອງ


ໃນລະຫວ່າງວັນທີ 11-14 ສິງຫາ 2020 ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 11 ແລະ ສະມາຊິກສະພາປະຊາຊົນແຂວງບໍລິຄໍາໄຊ ໄດ້ລົງເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ແລະ ສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ I ຢູ່ເມືອງວຽງທອງ, ແຂວງບໍລິຄໍາໄຊ ໂດຍການນໍາທີມຂອງ ທ່ານ ປອ ລີເບີ ລີບົວປາວ ກໍາມະການຄະນະປະຈໍາສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 11, ທ່ານ ນາງ ສີໄຄ ສີປະເສີດ ຮອງປະທານສະພາປະຊາຊົນແຂວງບໍລິຄໍາໄຊ.


ໃນການລົງເຜີຍແຜ່ຜົນສຳເລັດຄັ້ງນີ້ ທີມງານໄດ້ພົບປະກັບພໍ່ແມ່ປະຊາຊົນບ້ານຈອມທອງ ຄຸ້ມທາດພູວຽງ, ພະນັກງານລັດຖະກອນພາຍໃນເມືອງ, ພໍ່ແມ່ປະຊາຊົນບ້ານຫ້ວຍຫອຍ, ນາຍ ແລະ ພົນທະຫານກອງພັນ 617, ນາຍ ແລະ ພົນຕໍາຫຼວດກອງບັນຊາການ ປກສ ເມືອງວຽງທອງ ເຊິ່ງໃນການລົງພົບປະແຕ່ລະບ່ອນ ສະມາຊິກສະພາແຫ່ງຊາດ ໄດ້ລາຍງາຜົນສໍາເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ຍົກໃຫ້ເຫັນເນື້ອໃນ, ການເຄື່ອນໄຫວຂອງສະພາ ໂດຍສະເພາະແມ່ນການຮັບຮອງເອົາບັນດາເນື້ອໃນການເຄື່ອນໄຫວຂອງລັດຖະບານ, ການປັບປຸງກົດໝາຍ ແລະ ການຊັບຊ້ອນບຸກຄະລາກອນ, ພ້ອມທັງເປີດໂອກາດໃຫ້ພະນັກງານລັັດຖະກອນ, ພໍ່ແມ່ປະຊາຊົນ ໄດ້ຊັກຖາມຄວາມຄິດເຫັນ ແລະ ຮັບເອົາຄໍາຊັກຖາມກ່ຽວກັບບັັນຫາສໍາຄັນຕ່າງໆ ເພື່ອນໍາສະເໜີຕໍ່ພາກສ່ວນທີ່ກ່ຽວຂ້ອງ.

ໂອກາດທີ່ລົງມາເຄື່ອນໄຫວ ສະມາຊິກສະພາໄດ້ລົງເບີ່ງການທົດລອງປູກໝາກເຂືອຂົມ, ເຂືອຂຽວຂອງບໍລິສັດ ເຂດ 4 ສສ ຫວຽດນາມຢູ່ເມືອງວຽງທອງ ແລະ ໄດ້ມອບເຄື່ອງອຸປະກອນການຮຽນ-ການສອນ, ຊຸດກິລາ ໃຫ້ອຳນາດການປົກຄອງທ້ອງຖີ່ນ ເພື່ອນຳໃຊ້ເຂົ້າໃນວຽກງານສຶກສາ ແລະ ກິລາ.

About admin11