ສສຊ ເຜິຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ  II

ຕອນເຊົ້າວັນທີ 4 ມີນາ 2022 ຢູ່ທີ່ຫ້ອງປະຊຸມກຸ່ມເສດຖະກິດ ເມືອງປາກກະດິງ, ແຂວງບໍລິຄຳໄຊ ໄດ້ຈັດພິທີໂຄສະນາເຜິຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II. ເປັນກຽດເຜີຍແຜ່ໂດຍທ່ານ ນາງ ປິ່ງຄຳ ລາຊະສີມມາ ກຳມະການສູນກາງພັກ ເລຂາທິການສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດຊຸດທີ lX ປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ, ມີການນຳຂັ້ນເມືອງພ້ອມດ້ວຍພະນັກງານລັດຖະກອນຫຼັກແຫຼ່ງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ຕາມລຳດັບ, ເຊີ່ງກອງປະຊຸມໄດ້ພິຈາລະນາຮັບຮອງເອົາຫຼາຍບັນຫາທີ່ສຳຄັນ  ເປັນຕົ້ນແມ່ນ: ຮັບຮອງເອົາ ແຜນພັດທະນາເສດະກິດ – ສັງຄົມ, ແຜນງົບປະມານແຫ່ງລັດ, ຍຸດທະສາດການພັດທະນາພະລັງງານໄຟຟ້າ, ວິໃສທັດການພັດທະນາເສດຖະກິດດີຈີຕອນແຫ່ງຊາດ ແລະ ຮັບຮອງເອົາກົດໝາຍສ້າງໃໝ່ 4 ສະບັບ, ປັບປຸງກົດໝາຍ 7 ສະບັບ.

ນອກນີ້ ສສຊ ຍັງໄດ້ນຳເອົາຄຳສະເໜີຂອງພໍ່ແມ່ປະຊາຊົນມາສະເໜີຕໍ່ພາກສ່ວນທີ່ກ່ຽວຂ້ອງພິຈາລະນາແກ້ໄຂຕາມຄວາມເໝາະສົມ ແລະ ເປີດໂອກາດໃຫ້ບັນດາທ່ານຊັກຖາມ ແລະ ສະເໜີບາງບັນຫາທີ່ຂ້ອງໃຈ.

 

 

About admin11