ສສຊ, ສສຂ ສຶບຕໍ່ພົບປະພໍ່ແມ່ປະຊາຊົນຢູ່ເມືອງວຽງທອງ

ໃນລະຫວ່າງວັນທີ 17 – 20 ສິງຫາ 2020 ສະພາປະຊາຊົນແຂວງບໍລິຄໍາໄຊ ໄດ້ລົງເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ແລະ ສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ I ຢູ່ເມືອງວຽງທອງ, ແຂວງບໍລິຄໍາໄຊ  ໂດຍມີທ່ານ ນວນສະຫວັນ ແສງມະນີ ຮອງປະທານສະພາປະຊາຊົນແຂວງ ພ້ອມດ້ວຍ ສສຊ ແລະ ສສຂ ເຂົ້າຮ່ວມ.

ໃນການລົງມາເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ແລະ ສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ I ຄັ້ງນີ້ ທີມງານສະພາໄດ້ລົງພົບປະກັບພໍ່ແມ່ປະຊາຊົນບັນດາເຜົ່າຢູ່ບ້ານນາດີ, ບ້ານຫີນໂງ່ນ, ບ້ານທ່າແພ, ບ້ານນາຊວງ, ບ້ານນໍ້າກ້າງ, ບ້ານນາວັງໄຄ້, ບ້ານໃຫຍ່ນໍ້າຢ້າງ ແລະ ບ້ານໂພນດູ່ ໂດຍໄດ້ລາຍງານຜົນສໍາເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ແລະ ສະພາປະຊາຊົນແຂວງ ຊຸດທີ I ເຊີ່ງໄດ້ຍົກໃຫ້ເຫັນບັນດາເນື້ອໃນຂອງກອງປະຊຸມ, ການເຄື່ອນໄຫວຂອງສະພາໂດຍສະເພາະແມ່ນການຮັບຮອງເອົາບັນດາເນື້ອໃນການເຄື່ອນໄຫວຂອງລັດຖະບານ, ການປັບປຸງກົດໝາຍ ແລະ ການຮັບຮອງເອົາການຊັບຊ້ອນບຸກຄະລາກອນ. ພ້ອມທັງເປີດໂອກາດໃຫ້ ພໍ່ແມ່ປະຊາຊົນປະກອບຄຳຄິດຄຳເຫັນ, ສະເໜີ, ຖາມ ແລະ ຮັບເອົາການສະເໜີຂອງປະຊາຊົນ ໃນບັັນຫາສໍາຄັນຕ່າງໆ ເພື່ອນໍາສະເໜີຕໍ່ພາກສ່ວນທີ່ກ່ຽວຂ້ອງ ໄປຄົ້ນຄວາ ພິຈາລະນາ ແລະ ຫາທາງແກ້ໄຂ ເພື່ອໃຫ້ຜົນປະໂຫຍດແກ່ປະຊາຊົນ.

About admin11