ສສຊ – ສສຂ  ລົງເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຢູ່ເມືອງ ທ່າພະບາດ

ໃນລະຫວ່າງວັນທີ 14-17 ກຸມພາ 2022 ທ່ານ ນາງ ຂັນທອງ ພັນທະຈັກ ສສຊ ຊຸດທີ IX   ປະຈໍາເຂດເລືອກຕັ້ງທີ 11 ແຂວງ ບໍລິຄໍາໄຊ ແລະ ທ່ານ ສະຫວັນເພັດ ຈັນທະວົງສຸກ ສສຂ ຊຸດທີ II ປະຈໍາເຂດເລືອກຕັ້ງເມືອງ ທ່າພະບາດ ພ້ອມດ້ວຍຄະນະ ລົງເຄື່ອນໄຫວເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX, ສະພາປະຊາຊົນແຂວງ ຊຸດທີ II ໃຫ້ອໍານາດການປົກຄອງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນເມືອງ.

ໃນການໄດ້ລົງເຜີຍແຜ່ໃນຄັ້ງນີ້  ມີ ບ້ານ ເລົ່າຄາ, ບ້ານ ສາມະຄີໄຊ, ບ້ານ ຫາດໄຄ້, ບ້ານ ໂພນສະຫວັນ ໂດຍໄດ້ຍົກໃຫ້ເຫັນເນື້ອໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງກອງປະຊຸມ ໄດ້ຄົ້ນຄວ້າຮັບຮອງເອົາບັນຫາສຳຄັນຕ່າງໆ ເຊັ່ນ: ຮັບຮອງເອົາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ ໃນໄລຍະ 9 ເດືອນ ແລະ ທິດທາງແຜນການ 2022, ຮັບຮອງເອົາການສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2020, ຮັບຮອງເອົາຍຸດທະສາດການພັດທະນາພະລັງງານໄຟຟ້າ ຂອງ ສປປ ລາວ ປີ 2021 – 2030, ຮັບຮອງເອົາວິໃສທັດການພັດທະນາເສດຖະກິດ ດີຈີຕອນແຫ່ງຊາດ ໄລຍະ 5 ປີ, 10 ປີ ແລະ 20 ປີ, ຮັບຮອງເອົາຜົນການກວດສອບບົດສະຫຼຸບຂາດຕົວງົບປະມານແຫ່ງລັດ ແລະ ຜົນການກວດສອບປະຈໍາປີ 2020, ບົດສະຫຼູບການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ທິດທາງແຜນການ ປີ 2022 ຂອງອົງການກວດສອບແຫ່ງລັດ, ຮັບຮອງເອົາບົດລາຍງານຂອງອົງການກວດກາລັດຖະບານ ກ່ຽວກັບການກວດກາຕາມຜົນການກວດສອບ ປີ 2019, ບົດສະຫຼຸບວຽກງານປະຈໍາປີ 2021 ແລະ ທິດທາງແຜນການ ປີ 2022, ຮັບຮອງເອົາບົດລາຍງານແຜນການເຄື່ອນໄຫວ ປະຈໍາປີ 2021 ແລະ ທິດທາງແຜນການ ປີ 2022 ຂອງອົງການໄອຍະການສູງສຸດ ແລະ ສານປະຊາຊົນສູງສຸດ, ຮັບຮອງເອົາການຈັດຕັ້ງປະຕິບັດແຜນການເຄື່ອນໄຫວ ປະຈໍາປີ 2021 ແລະ ທິດທາງ ປີ 2022 ຂອງສະພາແຫ່ງຊາດ ຕໍ່ວຽກງານຂອງສະພາແຫ່ງຊາດ ຊຸດທີ IX, ຮັບຮອງເອົາກົດໝາຍ 11 ສະບັບ, ໃນນັ້ນ ສ້າງໃໝ່ 4 ສະບັບ, ປັບປຸງກົດໝາຍ 7 ສະບັບ.

ພ້ອມນີ້ ຍັງຍົກໃຫ້ເຫັນຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ແຂວງບໍລິຄໍາໄຊ ຊຸດທີ II, ຄະນະ ສສຊ ຍັງໄດ້ຮັບຟັງ ການສະເໜີລາຍງານບັນຫາຂອງພໍ່ແມ່ປະຊາຊົນ ແລະ ຮັບເອົາໄປຄົ້ນຄວ້າພິຈາລະນາ ເພື່ອສະເໜີແກ້ໄຂໃນແຕ່ລະຂັ້ນຕໍ່ໄປ

ໂອກາດລົງມາຄັ້ງນີ້ ທ່ານຍັງໄດ້ມອບເຄື່ອງໃຊ້ຈໍານວນໜຶ່ງ ໃຫ້ຄອບຄົວທີ່ຍັງບໍ່ທັນພົ້ນທຸກ ແລະ ລົງຢ້ຽມຢາມເບິ່ງການຜະລິດເຂົ້າເປັນສິນຄ້າ, ການປູກສາລີແຂງເປັນສິນຄ້າ ແລະ ລົງເບິ່ງຜົນກະທົບຈາກການຂົນສົ່ງແຮ່ເຫຼັກ ເຂດບ້ານ ປ່າໄລ່ .

 

 

About admin11