ສສຊ ປະຈໍາເຂດເລືອກຕັ້ງທີ 11 ລົງເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ II ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ II ຢູ່ເມືອງ ທ່າພະບາດ

ໃນລະຫວ່າງວັນທີ 14 – 16 ມີນາ 2022 ທ່ານ ພັອ ຄໍາສາຍ ພັນດານຸວົງ  ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊ ຮອງການເມືອງ – ຫົວໜ້າຫ້ອງການເມືອງ ກອງບັນຊາການ ປກຊ ແຂວງ, ມີທ່ານ ອຸດົມ ວົງໄກສອນ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊ ຫົວໜ້າພະແນກການຕ່າງປະເທດ ພ້ອມດ້ວຍຄະນະ ສົມທົບກັບການນຳເມືອງທ່າພະບາດ ລົງເຄື່ອນໄຫວພົບປະພໍ່ແມ່ປະຊາຊົນ ເມືອງ ທ່າພະບາດ.

ໃນການລົງເຄື່ອນໄຫວຄັ້ງນີ້ ໄດ້ລົງພົບປະປະຊາຊົນ ບ້ານ ນາໄຊ, ບ້ານ ຫົງທອງ, ບ້ານ ຫ້ວຍເລິກ, ບ້ານ ຍອຍໄຮ່ , ນາຍ ແລະ ພົນທະຫານ ໂຮງຮຽນທະຫານ 301, ໂຮງຮຽນທະຫານຊາຍແດນ 712 ໄດ້ຍົກໃຫ້ເຫັນເນື້ອໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 1-17 ພະຈິກ 2021 ຜ່ານມາ ແລະ ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາ​ປະຊາຊົນ​ແຂວງບໍລິຄໍາໄຊ ຊຸດ​ທີ II ໃນວັນ​ທີ 5 ຫາ 7 ມັງກອນ 2022 ຜ່ານມາ ເຊິ່ງຜົນສໍາເລັດດັ່ງກ່າວມັນໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ໃນການປະຕິບັດໜ້າທີ່ ໃນນາມການເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ, ປະຕິບັດພາລະບົດບາດພິຈາລະນາ ແລະ ຮັບຮອງເອົານິິຕິກໍາທີ່ສໍາຄັນ, ການຕົກລົງບັນຫາພື້ນຖານຂອງທ້ອງຖິ່ນ ແລະ ຕິດຕາມກວດກາ ການເຄົາລົບ, ປະຕິບັດລັດຖະທໍາມະນູນ ແລະ ກົດໝາຍຂອງບັນດາອົງການລັດຂັ້ນຕ່າງໆ.

ໂອກາດລົງເຄື່ອນໄຫວນີ້ ທ່ານຍັງໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມຮັບຟັງ ໄດ້ສະເໜີລາຍງານບັນຫາຕ່າງໆທີ່ຂັດຂ້ອງໃຈ ແລະ ໄດ້ຊີ້ແຈ້ງບາງບັນຫາ ພ້ອມທັງຮັບເອົາໄປຄົ້ນຄວ້າພິຈາລະນາເພື່ອສະເໜີແກ້ໄຂໃນແຕ່ລະຂັ້ນຕໍ່ໄປ, ພ້ອມນີ້ ທ່ານ ຍັງໄດ້ມອບເຂົ້າສານຈໍານວນໜຶ່ງ ໃຫ້ກັບຄອບຄົວທີ່ຍັງບໍ່ທັນພົ້ນທຸກພາຍໃນເມືອງ.

 

 

About admin11