ສສຊ ປະຈຳເຂດເລືອກຕັ້ງທີ 11 ແລະ ສສຂ ລົງພົບປະພໍ່ແມ່ປະຊາຊົນ ເມືອງທ່າພະບາດ

ໃນລະຫວ່າງວັນທີ 24-28 ພຶດສະພາ 2021 ທ່ານ ເລື່ອນວິໄລ ຈັນທະລາພັນ ຮອງປະທານສະພາປະຊາຊົນແຂວງ ພ້ອມຄະນະ ໄດ້ລົງພົບປະພໍ່ແມ່ປະຊາຊົນ ແລະ ໂຄສະນາເຜີຍ ແຜ່ຜົນສຳເລັດກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ II, ຕິດພັນກັບການຊຸກຍູ້ວຽກງານການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ 8 ບ້ານ ຂອງເມືອງທ່າພະບາດ ຄື: ບ້ານປ່າໄລ່, ບ້ານນາຄຳ, ບ້ານຜາໂປງ, ບ້ານຫາດໄຊ, ບ້ານທວາຍ, ບ້ານພະບາດໂພນສັນ ແລະ ບ້ານສາຍພາຍ ມີການຈັດຕັ້ງ, ອຳນາດການປົກຄອງ 5 ຕຳແໜ່ງງານຂອງບ້ານ ເຂົ້າຮ່ວມ.

ການລົງເຄື່ອນໄຫວຄັ້ງນີ້ ໄດ້ໂຄສະນາເຜີຍແຜ່ໃຫ້ປະຊາຊົນ ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບຄວາມສຳຄັນຂອງການຊັກຢາຊັກຊີນ, ວຽກງານການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງປະຊາຊົນພາຍໃນບ້ານ ຕ້ອງໄດ້ເປັນເຈົ້າການ, ເຝົ້າລະວັງ, ຕິດຕາມຄົນເຂົ້າ-ອອກຢ່າງເປັນປົກກະຕິ, ຫາກເຫັນວ່າບັນຫາໃດ ມີຄວາມສ່ຽງ ຕ້ອງໄດ້ລາຍງານຄະນະສະເພາະກິດຂັ້ນເມືອງ ຢ່າງທັນການ, ພ້ອມນີ້ ຕ້ອງຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າອັດປາກອັດດັງ, ລ້າງມືດ້ວຍສະບູ, ເຈວລ້າງມື ເພື່ອເປັນການປ້ອງກັນພະຍາດດັ່ງກ່າວ. ພ້ອມນີ້ ຍັງໄດ້ຮັບຟັງຄຳຄິດຄຳເຫັນ, ຄຳສະເໜີຂອງພໍ່ແມ່ປະຊາຊົນບັນດາເຜົ່າເປັນຕົ້ນແມ່ນ ບັນຫາການກໍ່ສ້າງພື້ນຖານໂຄງລ່າງ, ວຽກງານຜະລິດເປັນສິນຄ້າ ແລະ ຄວາມຫຍຸ້ງຍາກໃນການທຳການຜະລິດຂອງປະຊາຊົນ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ອື່ນໆ.

About admins14