ສສຂ ແຂວງ ບໍລິຄໍາໄຊ ລົງຢ້ຽມຢາມການຜະລິດກະສິກໍາເປັນສິນຄ້າເມືອງ ທ່າພະບາດ

ໃນວັນທີ 12 ສິງຫາ 2021 ສະມາຊິກສະພາແຂວງບໍລິຄຳໄຊ ຊຸດທີ II ປະຈໍາເຂດເລືອກຕັ້ງ ເມືອງ ທ່າພະບາດ ພ້ອມດ້ວຍທີມງານ ໄດ້ລົງເຄື່ອນໄຫວຢ້ຽມຢາມການຜະລິດຜັກໃນເຮືອນຮົ່ມບ້ານ ຜາໂປງ ແລະ ການຜະລິດເຂົ້າເປັນສິນຄ້າ ບ້ານ ຫົງທອງ ເພື່ອຊຸກຍູ້ສົ່ງເສີມການຜະລິດກະສິກໍາ ຢູ່ເຂດບ້ານດັ່ງກ່າວ ໃຫ້ມີການເຕີບໃຫຍ່ຂະຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ.

ໂອກາດລົງເຄື່ອນໄຫວດັ່ງກ່າວ ກໍ່ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດການຜະລິດ, ຄວາມເປັນມາ ພ້ອມທັງຮັບຟັງຂໍສະເໜີຂອງພໍ່ແມ່ປະຊາຊົນກຽ່ວກັບບັນຫາດ້ານຕ່າງໆເປັນຕົ້ນແມ່ນ ຕະຫຼາດຈຳໜ່າຍ, ທຶນຮອນ ແລະ ອື່ນໆ ເຊິ່ງທ່ານ ກູ່ ຈັນທະວົງ ນາຍບ້ານ ຜາໂປງ ໄດ້ໃຫ້ຮູ້ວ່າ ການປູກຜັກໃນເຮືອນຮົ່ມ ແມ່ນໄດ້ເລີ່ມມາແຕ່ ປີ 2020 ມີ 10 ຄອບຄົວ ມີເຮືອນຮົ່ມ 16 ຫຼັງ ເຊິ່ງປະຈຸບັນ ເຫຼືອພຽງ 11 ຫລັງ.

ໃນການປູກຜັກ ຈະປູກລັກສະນະໝູນວຽນກັນຫຼາກຫຼາຍຊະນິດ ເປັນການປູກຜັກແບບຜັກອິນຊີ ເຊິ່ງປະຈຸບັນເປັນທີ່ຕ້ອງການຂອງຕະຫຼາດ ສາມາດສ້າງລາຍຮັບເຂົ້າຄອບຄົວຫຼາຍກວ່າ 1.300.000 ກີບຕໍ່ເດືອນ.

ຫຼັງຈາກນັ້ນ ສສຂ ພ້ອມດ້ວຍທີມງານ ກໍ່ໄດ້ລົງຢ້ຽມຢາມກຸ່ມຜະລິດເຂົ້າເປັນສິນຄ້າບ້ານ ຫົງທອງ ກຸ່ມດັ່ງກ່າວສ້າງຕັ້ງຂຶ້ນໃນປີ 2019 ມີ 50 ຄອບຄົວ ໂດຍປະຕິບັດຕາມແນວທາງຂອງພັກ-ລັດ ທີ່ໄດ້ຊຸກຍູ້ສົ່ງເສີມຊາວນາ ໃຫ້ມີການຜະລິດເຂົ້າເປັນສິນຄ້າ ເພີ່ມທັງດ້ານປະລິມານ ແລະ ຄຸນນະພາບ ເຊິ່ງເຫັນວ່າ ໄດ້ເຮັດໃຫ້ການຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນດີຂຶ້ນກວ່າເກົ່າ ແຕ່ວ່າການຜະລິດເຂົ້າເປັນສິນຄ້າດັ່ງກ່າວນີ້ ຍັງບໍ່ທັນໄດ້ຮັບຜົນຜະລິດສູງເທົ່າທີ່ຄວນ ຍ້ອນວ່າ ອຸປະກອນເຕັກນິກ ທີ່ໃຊ້ທໍາການຜະລິດຍັງບໍ່ທັນພຽງພໍ, ຍັງພົບບັນຫານໍ້າ ໂດຍສະເພາະລະດູຜະລິດເຂົ້ານາແຊງ ແລະ ອື່ນໆ.

ໃນໂອກາດການລົງຢ້ຽມຢາມເທື່ອນີ້ ບັນດາ ສສຂ ຍັງໄດ້ໂອ້ລົມ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພໍ່ແມ່ປະຊາຊົນທັງສອງບ້ານດັ່ງກ່າວ ທີ່ສາມາດສ້າງລາຍຮັບເຂົ້າຄອບຄົວ ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ ແລະ ທ່ານຍັງໃຫ້ທິດຊີ້ນໍໍາເພື່ອໄປພັດທະນາ, ຮັບເອົາຄໍາສະເໜີຂອງພໍ່ແມ່ປະຊາຊົນໄປພິຈາລະນາ, ສະເໜີຕໍ່ພາກສ່ວນທີ່ກ່ຽວຂ້ອງຕາມຄວາມເປັນຈິງ ເພື່ອແກ້ໄຂໃຫ້ມີການພັດທະນາຂຶ້ນເລື້ອຍໆ.

ໃນວັນດຽວກັນນີ້ ສສຂ ຍັງໄດ້ລົງມອບເຄື່ອງອຸປະໂພກຈໍານວນໜຶ່ງປະກອບມີ ເຂົ້າສານ 1 ເປົາ, ໝີ່ 5 ແກັດ, ປາກະປ໋ອງ 2 ແພັກ ໃຫ້ກັບຄອບຄົວແມ່ຕູ້ ຄອນ ບ້ານ ໂພນສະຫວັນ ທີ່ຍັງບໍ່ທັນພົ້ນທຸກ ແລະ ຄອບຄົວອານາຖາ ນາງ ດີ ບ້ານ ຫາດໄຊ.

About admin11