ສສຂ ບໍລິຄຳໄຊ ມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ທີມງານແພດ ຢູ່ສູນສູນກັກກັນ ໂຄວິດ-19

ໃນວັນທີ 28 ກໍລະກົດ 2021 ຢູ່ສູນກັກກັນພະຍາດໂຄວິດ-19 ໂຮງຮຽນບ້ານໄຊມຸງຄຸນ ເມືອງປາກຊັນ ແຂວງບໍລິຄຳໄຊ ທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງ ພ້ອມຄະນະ ໄດ້ນຳເຄື່ອງຊ່ວຍເຫຼືອ ໄປມອບໃຫ້ຄະນະທີມງານແພດ, ໝໍ ທີ່ປີ່ນປົວຄົນເຈັບ ທີ່ຕິດເຊື້ອພະຍາດໂຄວິດ-19, ກ່າວຮັບໂດຍ ທ່ານ ໄມຈອມ ວັນນະສານຄຳ ເຈົ້າເມືອງປາກຊັນ, ມີຄະນະສະເພາະກິດຂັ້ນແຂວງ, ເມືອງ, ທີມງານແພດ, ໝໍ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີຜ້າຫົ່ມ 100 ຜືນ, ມຸ້ງ 8 ຜືນ ແລະ ນ້ຳດື່ມ 20 ແກັດ ລວມມູນຄ່າ 8.115.000 ກີບ, ຈຸດປະສົງກໍ່ເພື່ອເປັນການຊຸກຍູ້, ສົ່ງເສີມ ໃຫ້ກຳລັງໃຈແພດ, ໝໍ ແລະ ຄະນະທີມງານ ທີ່ຢູ່ສູນກັກກັນ ໄດ້ນຳໃຊ້ເຂົ້າໃນກິດຈະວັດປະຈຳວັນ.

ປະຈຸບັນ ສູນກັກກັນພະຍາດໂຄວິດ-19 ໂຮງຮຽນບ້ານໄຊມຸງຄຸນ ມີທັງໝົດ 8 ຫ້ອງ, ມີຜູ້ຈຳກັດບໍລິເວັນໃນສູນ ທີ່ເດີນທາງກັບຈາກຕ່າງປະເທດ ໄດ້ຮັບການກວດວິເຄາະຫາເຊື້ອໂຄວິດ-19 ແລະ ຜົນອອກມາເປັນລົບ (ບໍ່ຕິດເຊື້ອ) ທັງໝົດ 20 ຄົນ, ຍິງ 17 ຄົນ.

About admins14