ສສຂ ມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ຄະນະທີມງານແພດ ສູນປິ່ນປົວພະຍາດໂຄວິດ-19 ຫຼັກ 6

ໃນວັນທີ 6 ພຶດສະພາ 2021 ຢູ່ສູນປິ່ນປົວພະຍາດໂຄວິດ-19 ຫຼັກ 6 ເມືອງປາກຊັນ ແຂວງບໍລິຄຳໄຊ ທ່ານ ໃສຄຳ ທອງລັດ ຮອງປະທານສະພາປະຊາຊົນແຂວງ ພ້ອມຄະນະ ໄດ້ນຳເຄື່ອງອຸປະໂພກ-ບໍລິໂພກ ໄປມອບໃຫ້ຄະນະທີມງານແພດ, ໝໍ ທີ່ປີ່ນປົວຄົນເຈັບຕິດເຊື້ອພະຍາດໂຄວິດ-19, ກ່າວຮັບໂດຍ ທ່ານ ນາງ ດຣ ນາລີ ພົມມະຈັນ ແພດປີ່ນປົວປະຈຳສູນປີ່ນປົວ ຫຼັກ 6, ມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີ ປາກະປອງ, ໝີ່, ໄຂ່ ແລະ ນໍ້າດື່ມ ລວມມູນຄ່າ 1.500.000 ກີບ, ຈຸດປະສົງກໍ່ເພື່ອເປັນການຊຸກຍູ້, ສົ່ງເສີມ ໃຫ້ກຳລັງໃຈແພດ, ໝໍ ແລະ ຄະນະທີມງານ ທີ່ຢູ່ສູນປິ່ນປົວ ໄດ້ນຳໃຊ້ເຂົ້າໃນກິດຈະວັດປະຈຳວັນ.

ສູນປີ່ນປົວພະຍາດ ໂຄວິດ-19 ຫຼັກ 6 ເມືອງປາກຊັນ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເຂົ້າປິ່ນປົວ 3 ຄົນ, ຍິງ 2 ຄົນ ເຊິ່ງມາຮອດປະຈຸບັນນີ້ ສາມາດປິ່ນປົວຫາຍດີແລ້ວ 1 ຄົນ ຄືກໍລະນີ ທີ 58 ໄດ້ກັບຄືນເມືອຕິດຕາມຢູ່ສູນກັກກັນເມືອງບໍລິຄັນ ອີກ 14 ວັນ ແລະ ຍັງກຳລັງປີ່ນປົວຢູ່ 2 ຄົນ, ຍິງ 1 ຄົນ ຄືກໍລະນີ ທີ 221 ແລະ ກໍລະນີ ທີ 653.

About admins14