ສປປ ລາວ ສົ່ງເສີມສິດທິເດັກ ແລະ ສ້າງຄວາມເຂັ້ມແຂງ ໃຫ້ໄວໜຸ່ມຍິງ

ໃນລະຫວ່າງວັນທີ 27 – 28 ຕຸລາ 2022 ທ່ານ ໃສຄໍາ ທອງລັດ ຮອງປະທານສະພາປະຊາຊົນແຂວງບໍລິຄໍາໄຊ ເຂົ້າຮ່ວມກອງປະຊຸມ ຕິດຕາມຄວາມຄືບໜ້າ ການຈັດຕັ້ງປະຕິບັດຄວາມໝາຍໝັ້ນຂອງ ສປປ ລາວ ໃນການສົ່ງເສີມສິດທິເດັກ ໂດຍເຊື່ອມໃສ່ຂອບແຜນວຽກສ້າງຄວາມເຂັ້ມແຂງ ໃຫ້ໄວໜຸ່ມຍິງ ໂດຍຜ່ານລະບົບ ນາງ ນ້ອຍ ໄລຍະ 2021 – 2022 ໃນຂັ້ນແຂວງ ຢູ່ໂຮງແຮມ ແລນມາກ, ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານໂດຍ ທ່ານ ສຈ.ປອ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່ – ເດັກ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອຕິດຕາມຄວາມຄືບໜ້າ ຂໍ້ສະດວກ ແລະ ສິ່ງທ້າທາຍ ການຈັດຕັ້ງປະຕິບັດບັນດາວຽກຈຸດສຸມທີ່ໄດ້ຮ່ວມກັນກໍານົດໃນປີ 2020 ແລະ ຕີລາຄາ ສະພາບການຈັດຕັ້ງປະຕິບັດບັນດາຕົວຊີ້ວັດ ແລະ ວຽກງານຈຸດສຸມໃນການສ້າງຄວາມເຂັ້ມແຂງໃຫ້ໄວໜຸ່ມຍິງ ຜ່ານລະບົບນິເວດນາງນ້ອຍ ໃນໄລຍະ 2 ປີ ຜ່ານມາ, ພ້ອມທັງປຶກສາຫາລື, ວາງແຜນ ເພື່ອແກ້ໄຂບັນຫາ, ສິ່ງທ້າທາຍ ແລະ ພິຈາລະນາ ຮັບຮອງເອົາບັນດາວຽກບູລິມະສິດສໍາຄັນ ເພື່ອເຊື່ອມເຂົ້າໃນແຜນພັດທະນາເສດຖະກິດ – ສັງຄົມຂອງແຂວງ ແລະ ແຜນພັດທະນາຂອງຂະແໜງການ ໄລຍະ 2023 – 2025 ເພື່ອຈັດຕັ້ງປະຕິບັດ ແລະ ໄດ້ສະເໜີໃຫ້ ອົງການ UNFPA ປະຈໍາຢູ່ ສປປ ລາວ ສືບຕໍ່ຂົນຂວາຍແຫຼ່ງທຶນ ເພື່ອສະໜອງການຊ່ວຍເຫຼືອດ້ານທຶນ ແລະ ວິຊາການ ເຂົ້າໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃນຂັ້ນສູນກາງ ແລະ ຂັ້ນແຂວງ ເພື່ອສ້າງຄວາມເຂັ້ມແຂງໃຫ້ໄວໜຸ່ມຍິງທຸກຄົນ ກໍຄືຮັບປະກັນການພັດທະນາທີ່ມີຄວາມເທົ່າທຽມລະຫວ່າງ ຍິງ – ຊາຍ ແລະ ມີສ່ວນຮ່ວມຂອງທຸກຄົນ ຕາມຄຳຂັວນທີ່ວ່າ: “ພວກເຮົາພ້ອມກັນກ້າວໄປ (Living No One Behind)”.

About admins14