ສຊຊ ແລະ ສສຂ ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ

ເພື່ອເປັນການແບ່ງເບົາ, ບັນເທົາທຸກໃຫ້ແກ່ຄອບຄົວທີ່ຍັງບໍ່ທັນພົ້ນທຸກ, ໃນວັນທີ 16 ທັນວາ 2021 ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 11 ແລະ ສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງທ່າພະບາດ, ນໍາໂດຍ ທ່ານ ໃສຄໍາ ທອງລັດ ກໍາມະການພັກແຂວງ, ຮອງປະທານສະພາປະຊາຊົນ ແຂວງ ບໍລິຄໍາໄຊ ພ້ອມດ້ວຍຄະນະ ໄດ້ນໍາເອົາເຄື່ອງອຸປະໂພກ, ບໍລິໂພກ ມາມອບຊ່ວຍເຫຼືອໃຫ້ຄອບຄົວ ທີ່ຍັງບໍ່ທັນໄດ້ພົ້ນທຸກ ແລະ ຄອບຄົວອານາຖາ ຢູ່ບ້ານໜອງເກີນ, ບ້ານທ່າບົກ, ບ້ານຫາດໄຊ ເມືອງທ່າພະບາດ.

ໃນນັ້ນມີ 5 ຄອບຄົວ, ຄອບຄົວອານາຖາ ມີ 1 ຄອບຄົວ ເຊິ່ງເຄື່ອງນໍາມາມອບຊ່ວຍເຫຼືອໃນຄັ້ງນີ້ ລວມມູນຄ່າເປັນເງິນ 10.000.000 ກ່ວາກີບ.

ນອກນີ້, ຍັງມີເຄື່ອງອີກຈໍານວນໜຶ່ງ ທີ່ຍັງບໍ່ທັນໄດ້ນໍາເອົາໄປແຈກຢາຍ ແມ່ນມອບໃຫ້ເມືອງເປັນຜູ້ແຈກຢາຍຕໍ່ໄປ.

About admins14