ສກມ ເມືອງປາກຊັນ ສອບເສັງນັກຮຽນເກັ່ງ ຊັ້ນ ປ 5, ມ4 ແລະ ມ7 ຂັ້ນເມືອງ

ພິທີສອບເສັງນັກຮຽນເກັ່ງ ຊັ້ນຮຽນ ປ.5, ມ.4 ແລະ ມ.7 ທົ່ວເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 04 ມີນາ 2022 ຢູ່ຫ້ອງປະຊຸມໃຫຍ່ປົກຄອງເມືອງປາກຊັນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ໂພຄໍາ ຈັນທະສຸກ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງປາກຊັນ.

ໃນພິທີສອບເສົງຄັ້ງນີ້ ມີນັກສອບເສັງທັງໝົດ 89 ຄົນ ຍິງ 60 ຄົນ, ໃນນີ້, ຊັ້ນປະຖົມ ປ.5 ມີ 21 ຄົນ ຍິງ 17 ຄົນ, ມ.4 ມີ 44 ຄົນ ຍິງ 31 ຄົນ ແລະ ມ.7 ມີ 24 ຄົນ ຍິງ 12 ຄົນ.

ສໍາລັບຜົນຂອງການສອບເສັງ ອັນດັບທີ 1 ຊັ້ນ ປ.5 ວິຊາ ພາສາລາວ: ນາງ ເກສອນ ທໍາມະໄຊ ໂຮງຮຽນປະຖົມສົມບູນ ແຕ່ງທອງ, ອັນດັບ 2 ນາງ ແກ້ວດາວີ ຂັນທະວີໄຊ ໂຮງຮຽນປະຖົມສົມບູນ ປາກຊັນໃຕ້, ອັນດັບ 3 ນາງ ຈິນຕະນາ ໄຊຍະລາດ ໂຮງຮຽນປະຖົມສົມບູນປັດຊຸມ, ວິຊາ ຄະນິດສາດ ອັນດັບ 1 ທ້າວ ນັນທະວັດ ໄຊຍະວົງສາ ໂຮງຮຽນປະຖົມສົມບູນປາກຊັນໃຕ້, ອັນດັບ 2 ທ້າວ ໂອບີ ວໍລະກຸມມານ ໂຮງຮຽນປະຖົມສົມບູນນາມ່ວງ, ອັນດັບ 3 ນາງ ແສງຄໍາ ແພງພັນ ໂຮງຮຽນປະຖົມສົມບູນໂພນໄຊເໜືອ. ວິຊາໂລກອອ້ມຕົວ ອັນດັບ 1 ນາງ ທິບພາວັນ ຍອດມະນີ ໂຮງຮຽນປະຖົມໂຮງຮຽນປະຖົມສົມບູນປັດຊຸມ, ອັນດັບ 2 ນາງ ກິນດາ ພຸດທະວົງ ໂຮງຮຽນປະຖົມໂຮງຮຽນປະຖົມສົມບູນບ້ານບົງ ແລະ ອັນດັບ 3 ນາງ ສຸພັດຕາ ພິລາວົງ ໂຮງຮຽນປະຖົມສົມບູນປາກຊັນໃໝ່.

ຊັ້ນ ມ.4 ວິຊາ ພາສາລາວ – ວັນນະຄະດີ ອັນດັບ 1 ນາງ ມະນີສອນ ເກດແສງທະວີ ມຕ ໂພນໄຊ, ອັນດັບ 2 ນາງ ສຸວີນາ ວີບຸນກວ້າງ ມຕ ໂພສີ, ອັນດັບ 3 ນາງ ວຸດທິດາ ປະກາສິດ ມຕ ປາກຊັນ, ວິຊາ ຄະນິດສາດ ອັນດັບ 1 ນາງ ຟ້າໃສ ຄໍາແສນມີ ມສ ໜອງບົວ, ອັນດັບ 2 ນາງ ບຸດສະກອນ ຄໍາມະນີວົງ ມສ ສີທ່ານາໄຊ, ອັນດັບ 3 ນາງ ສຸພາພອນ ອິນທິຈັກ ມຕ ໂພນໄຊ, ວິຊາ ຟິຊິກສາດ ອັນດັບ 1 ສ.ນ ໂຈນັດ ຈັນທະວົງ ມສ ສົງ, ອັນດັບ 2 ທ້າວ ອາພິລັກ ເຄືອມີໄຊ ມຕ ໂພສີ, ອັນດັບ 3 ທ້າວ ສຸລິຍາ ໄຊຍະລາດ ມສ ສີທ່ານາໄຊ, ວິຊາ ເຄມີສາດ ອັນດັບ 1 ທ້າວ ອາທິດ ພົມມະລິນ ມສ ປາກງຽບ, ອັນດັບ 2 ສ.ນ ສຸກສະໄໝ ໄຊຍະລາດ ມສ ສົງ ແລະ ອັນດັບ 3 ນາງ ໄຂແກ້ວ ສີສະຫວັນ ມຕ ແຕ່ງທອງ.

ຊັ້ນ ມ. 7 ວິຊາ ພາສາລາວ – ວັນນະຄະດີ ອັນດັບ 1 ນາງ ອາລັນຍາ ກິ່ງສະຫວັນ ມສ ສີທ່ານາໄຊ, ອັນດັບ 2 ນາງ ຈັນສຸດາ ຈັນທະວົງສາ ມສ ປາກງຽບ, ອັນດັບ 3 ນາງ ພັດທະຢາ ພຽງດີ ມສ ໜອງບົວ, ວິຊາ ຄະນິດສາດ ອັນດັບ 1 ນາງ ພາວະດີ ໂອໄຊ ມປ ປາກຊັນ, ອັນດັບ 2 ທ້າວ ບັນດິດ ໄຊຍະເດດ ມສ ປາກງຽບ, ອັບດັບ 3 ນາງ ໄຂ່ ແສນທິສານ ມຕ ໂພນໄຊ, ວິຊາ ຟິຊິກສາດ ອັນດັບ 1 ນາງ ພູສະຫວັນ ມຸກດາແກ້ວ ມປ ປາກຊັນ, ອັນດັບ 2 ທ້າວ ອານຸສອນ ທອງໄມຮື ມສ ທ່ານາໄຊ, ອັບດັບ 3 ນາງ ນິ່ມນ້ອຍ ດວງມາລາ ມສ ໜອງບົວ, ວິຊາ ເຄມີສາດ ອັນດັບ 1 ທ້າວ ພຸດທະສອນ ແກ້ວປະເສີດ ມສ ສີທ່ານາໄຊ, ອັນດັບ 2 ທ້າວ ເຄວິນ ກອນບັນດິດ ມສ ປາກງຽບ ແລະ ອັນດັບ 3 ທ້າວ ມົງຄົນ ສິງຫາວົງ ມປ ປາກຊັນ.
ສໍາລັບການສອບເສັງຄັດເລືອກຄັ້ງນີ້ ຜູ້ທີ່ໄດ້ອັນດັບທີ I ຂອງແຕ່ລະວິຊາ ຊັ້ນ ປ5, ມ4 ແລະ ມ7 ແມ່ນຈະໄດ້ເປັນຕົວແທນໄປສອບເສັງນັກຮຽນເກັ່ງຂັ້ນແຂວງ.

About admins16