ວຽຽທອງເປີດຊຸດອົບຮົມການເມືອງ – ການທະຫານ ໃຫ້ກຳລັງກອງຫຼອນບ້ານຫ້ວຍຫອຍ

  ຕອນເຊົ້າຂອງວັນທີ 16 ພຶດສະພາ 2022 ຢູ່ທີ່ສະໂມສອນ ບ້ານ ຫ້ວຍຫອຍ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດພິທີເປີດຝຶກອົບຮົມການເມືອງ – ການທະຫານ ໃຫ້ກໍາລັງກອງຫຼອນ ບ້ານ ໂດຍເປັນກຽດເຂົ້າຮ່ວມເປັນປະທານເປີດຂອງທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກພັກ – ພະນັກງານ, ຮອງປະທານປ້ອງກັນຊາດ – ປ້ອງກັນຄວາມສະຫງົບຂັ້ນເມືອງ, ມີທ່ານຫົວໜ້າກອງບັນຊາການທະຫານເມືອງ, ຄະນະຮັບຜິດຊອບ, ນາຍບ້ານ, ກໍາລັງກອງຫຼອນ ບ້ານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ພາຍຫຼັງເປີດພິທີແລ້ວ ກອງຫຼອນຜູ້ທີ່ເຂົ້າຮ່ວມຝືກອົບຮົມ ຈະໄດ້ພ້ອມກັນເຊື່ອມຊືມເອກະສານທີ່ສຳຄັນຕ່າງໆ ຄື: ເອກະສານມູນເຊື້ອຂອງກອງທັບ, ເອກະສານທີ່ຕັ້ງພາລະບົດບາດຂອງກອງຫຼອນ,​ ເອກະສານຕ້ານການຫັນປ່ຽນໂດຍສັນຕິຂອງສັດຕູ, ບົດຮຽນຄຸນຄ່າສະມັດຕະພາບການປະກອບສ້າງ ແລະ ການ ປົກປັກຮັກສາອາວຸດ AK, ​CKC, ບົດຮຽນ 7 ຈັງຫວະພື້ນຖານບຸກຄົນ, ຈຸ​ໝູ່ປ້ອງກັນເວນຍາມບ້ານ, ​ໝວດປ້ອງກັນເວນຍາມບ້ານ ແລະ ເຄື່ອນໄຫວຊອກຄົ້ນຕີສັດຕູ,​ ຮຽນ ເລັງປືນ ບົດເປີດສາກພ້ອມທັງປະຕິບັດຍີງລູກປືນແທ້.

ຈຸດປະສົງການຝືກອົບຮົມ ກໍ່ເພື່ອສ້າງໃຫ້ກອງຫຼອນມີຄວາມເຂົ້າໃຈຕໍ່ບົດຮຽນ ແລະ ກໍ່ເປັນການສ້າງຄວາມເຂັ້ມແຂງ ໃນໜ້າທີ່ຄວາມຮັບຜິດຊອບທີ່ຖືກມອບໝາຍ ແລ້ວພ້ອມກັນເຮັດໜ້າທີ່ຢ່າງມີຜົນສຳເລັດ, ເຮັດໃຫ້ບ້ານມີຄວາມສະຫງົບ – ສັງຄົມມີຄວາມເປັນລະບຽບຮຽບຮ້ອຍດີ.​ ບັ້ນຝືກອົບຮົມຄັ້ງນີ້ ຈະດໍາເນີນໄປເປັນເວລາ 10 ວັນຈື່ງສຳເລັດ.​

About admin11