ວຽງທອງ ໄດ້ຮັບນາມມະຍົດ ເປັນເມືອງສາມັກຄີປອງດອງ

ພິທີປະກາດເມືອງວຽງທອງ ເປັນເມືອງສາມັກຄີປອງດອງ ໄດ້ຈັດຂຶ້ນໃນວັນທີ 17 ພະຈິກ 2022 ທີ່ເດີນຫ້ອງວ່າການເມືອງ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ບູນຄໍາ ໄຊເຍ່ຍລໍວື່ ປະທານແນວລາວສ້າງຊາດແຂວງ, ມີການນຳຂັ້ນແຂວງ, ເມືອງ, ພະນັກງານ-ລັດຖະກອນ, ປກສ-ປກຊ ຕະຫຼອດຮອດອຳນາດການປົກຄອງບ້ານທົ່ວເມືອງ ເຂົ້າຮ່ວມ.

ໃນພິທີ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງໃນທົ່ວເມືອງ, ເມືອງວຽງທອງເປັນເມືອງ 1 ຂອງແຂວງບໍລິຄໍາໄຊ ມີເນື້ອທີ່ທັງໝົດ 4,084 ກິໂລຕາແມັດ, ໃນນັ້ນ 70% ປັນເຂດພູຜາສູງແລະ 30% ເປັນເຂດພູພຽງ, ທົ່ວເມືອງ ມີ 34 ບ້ານ, ມີ 5.366 ຄອບຄົວ, ມີປະຊາກອນທັງໝົດ 37.371ຄົນ, ຍິງ18.379 ຄົນ, ຜ່ານການປະເມີນຜົນຄອບຄົວສາມັກ ຄີປອງດອງຕາມ 4 ມາດຕະຖານເຊີ່ງປະເມີນໄດ້ຕາມມາດຖານທົ່ວເມືອງແມ່ນໄດ້ 5.083 ຄອບຄົວເທົ່າກັບ 94,73% ແລະ ບໍ່ຜ່ານການຮັບຮອງມີພຽງແຕ່ 283 ຄອບຄົວເທົ່າກັບ 5.27 %.

ການປະເມີນບ້ານສາມັກຄີປອງດອງຕາມ 5 ມາດຖານ ເມືອງວຽງທອງສາມາດປະກາດຮັບຮອງເປັນບ້ານສາມັກຄີປອງດອງທັງໝົດ 34 ບ້ານ ເທົ່າກັບ 100%, ພາຍໃນເມືອງປະກອບມີ 7 ຊົນເຜົ່າ ຄື: ເຜົ່າລາວ, ເຜົ່າມົ້ງ, ເຜົ່າໄຕ, ເຜົ່າກືມມຸ, ເຜົ່າຜ້ອງ, ເຜົ້າລື້ ແລະ ຊົນເຜົ່າກວນ, ປະຊາຊົນສ່ວນໃຫຍ່ເຊື່ອຖືສາສະໜາພຸດ ແລະ ສາສະໜາເຢຊູຄຮິດ, ນອກຈາກນີ້ ຍັງມີປະຊາຊົນຈຳນວນໜື່ງ ຍັງເຊື່ອຖືບັນພະບຸລຸດ ຫຼື ເຊື່ອຖືຜີ, ປະຊາຊົນພາຍໃນເມືອງ ມີມູນເຊື້ອດຸໝັ່ນຂະຫຍັນພຽນໃນການທຳມາຫາກິນລ້ຽງຊິບຕາມແນວ ທາງພັກ-ລັດວ່າງອອກ.

ໂດຍປະຕິບັດຕາມມະຕິຂອງກົມການເມືອງສູນກາງພັກ ເລກທີ 25/ກມສພ,ລົງວັນທີ 22 ທັນວາ 2014 ແລະ ຄໍາສັ່ງເລກທີ 34/ນຍ,ລົງວັນທີ 23 ສິງຫາ 2016 ວ່າດ້ວຍທິດທາງ, ເປົ້າໝາຍ ແລະ ມາດຖານການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ, ປະຕິບັດຕາມຄຳສັ່ງແນະນຳຂອງຄະນະປະຈຳສູນກາງແນວລາວສ້າງຊາດເລກທີ 033/ຄປຈ.ນສຊ,ລົງວັນທີ19 ເມສາ 2017 ວ່າດ້ວຍການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຕາມທິດ 3 ສ້າງຂອງແນວລາວສ້າງຊາດ 2017-2020 ເຫັນວ່າເມືອງວຽງທອງ ສາມາດຈັດຕັ້ງປະຕິບັດປະກາດຮັບຮອງຄອບຄົວ ແລະບ້ານສາມັກຄີປອງດອງ, ພາຍໃນ 5 ປີທົ່ວເມືອງໃນປີ 2017-2018 ໄດ້ 17 ບ້ານ, ປີ2019-2020 ໄດ້ 12 ບ້ານ ແລະ ປີ 2021-2022 ໄດ້ 5 ບ້ານ.

ຜ່ານການປະເມີນຕາມ 5 ມາດຖານ ຈຶ່ງສາມາດປະກາດຮັບຮອງເປັນບ້ານສາມັກຄີປອງດອງຈໍານວນ 34 ບ້ານເທົ່າກັບ100%, ຈຶ່ງເຮັດໃຫ້ເມືອງວຽງທອງເປັນເມືອງສາມັກຄີປອງດອງ ເປັນເມືອງທີ່ 6 ຂອງແຂວງບໍລິຄໍາໄຊ.

About admins14