ວຽງທອງ ປະເມີນສ້າງຄອບຄົວ ແລະ ບ້ານ ໃນກຸ່ມຈອມທອງ ເປັນບ້ານປ້ອງກັນຊາດເຂັ້ມແຂງ

ໃນວັນທີ 18 ຕຸລາ 2022 ຢູ່ສະໂມສອນບ້ານເມືອງມ່ວນ ເມືອງວຽງທອງ ແຂວງບໍລິຄຳໄຊ ກອງບັນຊາການ​ທະຫານເມືອງ ໄດ້ຈັດພິທີເປີດການປະເມີນສ້າງຄອບຄົວ ແລະ ບ້ານ ໃນກຸ່ມຈອມທອງ ຄື: ບ້ານເມືອງມ່ວນ, ບ້ານໂພນເມືອງ, ບ້ານນ້ຳຕ້ອງ, ບ້ານຄອນຕ່າວ ແລະ ບ້ານນາໂຖ ເປັນບ້ານປ້ອງກັນຊາດເຂັ້ມແຂງ ໂດຍເປັນກຽດເຂົ້າຮ່ວມ ຂອງ ທ່ານ ຄຳມອນ ໄຊພົມມີ ຮອງເລຂາພັກເມືອງ, ຮອງປະທານປ້ອງກັນຊາດຂັ້ນເມືອງ,​ ທ່ານ ພັທ ສົມພົງ ພົມມະວາດ ກຳມະການພັກເມືອງ, ຫົວໜ້າການເມືອງກອງບັນຊາການທະຫານເມືອງ, ມີຄະນະຮັບຜິດຊອບ, ອໍານາດການປົກຄອງບ້ານ ຕະຫຼອດຮອດປະຊາຊົນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ ຄະນະຮັບຜິດຊອບ ໄດ້ຜ່ານບັນດານິຕິກຳຂອງຂັ້ນເທິງກ່ຽວກັບການເປີດປະເມີນສ້າງຄອບຄົວ ແລະບ້ານປ້ອງກັນຊາເຂັ້ມແຂງ, ຜ່ານແຜນການດຳເນີນປະເມີນຕົວຈິງຢູ່ບັນດາບ້ານໃນກຸ່ມຈອມທອງໃຫ້ໄປຕາມ 4 ເນື້ອໃນ 4 ຄາດໝາຍ, 4 ໜ້າທີໃຫຍ່, 26 ແຜນງານຂອງຄະນະພັກກະຊວງປ້ອງກັນຊາດ ເພື່ອເປັນການປຸກລະດົມຂະບວນການຮັກຊາດພັດທະນາຕິດພັນກັບວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ສ້າງຄອບຄົວ, ບ້ານ, ເມືອງ, ແຂວງ ໃຫ້ມີຄວາມສະຫງົບປອດໄພ ສາມາດຕ້ານກັບທຸກກຳລັງອິດທິປໍລະປັກຂອງກຸ່ມຄົນບໍ່ຫວັງດີ, ເຮັດໃຫ້ບ້ານມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ.

 

About admins14