ວຽງທອງ ປະກາດຮັບຮອງ 4 ບ້ານເປັນບ້ານໜັກແໜ້ນ – ເຂັ້ມແຂງ

ພິທີ ມອບໃບຢັ້ງຢືນ ບ້ານໜັກແໜ້ນ – ເຂັ້ມແຂງ ໃຫ້ບ້ານ ວັງຫີນ, ບ້ານ ທ່າແພ, ບ້ານ ກົກຂາມ ແລະ ບ້ານ ວັງແປ້ນ ໄດ້ຈັດຂຶ້ນໃນວັນທີ 18 ຕຸລາ 2022 ຢູ່ຫ້ອງການບ້ານວັງຫີນ ເມືອງວຽງທອງ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພັອ ຄໍາແພນ ວິລືທໍາ ເຈົ້າເມືອງວຽງທອງ, ມີຄະນະຮັບຜິດຊອບ, ຫ້ອງການ, ຄະນະບ້ານ, ການຈັດຕັ້ງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນ 4 ບ້ານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານບົດລາຍງານການລົງປະເມີນຂອງ 4 ບ້ານດັ່ງກ່າວ ເປັນບ້ານໜັກແໜ້ນ – ເຂັ້ມແຂງ, ຜ່ານຂໍ້ຕົກລົງຂອງຫົວໜ້າຫ້ອງການພາຍໃນເມືອງວຽງທອງ ວ່າດ້ວຍການປະກາດຮັບຮອງເອົາບ້ານ ວັງຫີນ, ບ້ານ ທ່າແພ, ບ້ານ ກົກຂາມ ແລະ ບ້ານ ວັງແປ້ນ ເປັນບ້ານໜັກແໜ້ນ – ເຂັ້ມແຂງ ປະຈໍາປີ 2022, ຜ່ານບົດສະຫຼຸບຫຍໍ້ຂອງບ້ານ ທັງ 4 ບ້ານປະກອບມີ 1.052 ຄອບຄົວ, ມີຈໍານວນພົນທັງໝົດ 5.120 ຄົນ, ຍິງ 2.798 ຄົນ, ມີ 3 ເຜົ່າຢູ່ຮ່ວມກັນ ຄື: ເຜົ່າລາວລຸ່ມ, ເຜົ່າມົ້ງ ແລະ ເຜົ່າລາວເທິງ.

ຜ່ານການປະເມີນຕົວຈິງ ຂອງຄະນະຮັບຜິດຊອບ ເຫັນວ່າ 4 ບ້ານ ໄດ້ມີການປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີຂອງບ້ານໄດ້ຄົບຕາມ 10 ມາດຖານທີ່ກໍານົດໄວ້ ໂດຍສະເພາະແມ່ນວຽກງານຕາມ 5 ໜ່ວຍງານ, ມີການປະກອບບຸກຄະລາກອນຕາມລະບຽບ, ມີລະບຽບຄຸ້ມຄອງບໍລິຫານບ້ານ, ມີຫ້ອງການບ້ານຖາວອນ.

ມີການປະຈໍາການຂອງອົງການປົກຄອງບ້ານປົກກະຕິ, ມີແຜນພັດທະນາຕາມມາດຖານ, ມີລາຍຮັບສາມາດກຸ້ມລາຍຈ່າຍ, ມີການເຜີຍແຜ່ເຊື່ອມຊືມແນວທາງຂອງພັກ – ລະບຽບກົດໝາຍຂອງລັດ, ມີການຈົດທະບຽນການເກີດ 80% ຂຶ້ນໄປ, ປະຊາຊົນມີຄວາມເພີ່ງພໍໃຈການບໍລິການທີ່ດີຂອງອົງການປົກຄອງບ້ານ ແລະ ແຕ່ລະມາດຖານແມ່ນໄດ້ 80% ຂຶ້ນໄປ.

ຈາກນັ້ນ ທ່ານ ຄໍາກອງ ພົມມີໄຊ ຫົວໜ້າຫ້ອງການພາຍໃນເມືອງ ໄດ້ເປັນກຽດຂຶ້ນມອບໃບຢັ້ງຢືນໜັກແໜ້ນ – ເຂັ້ມແຂງໃຫ້ 4 ບ້ານດັ່ງກ່າວເພື່ອເປັນຫຼັກຖານ.

ຕອນທ້າຍ ໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ນໍາຂອງ ທ່ານ ເຈົ້າເມືອງວຽງທອງ ໂດຍທ່ານໄດ້ເນັ້ນໃຫ້ກໍາລັງ ປກຊ – ປກສ ບ້ານ ສືບຕໍ່ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນຢ່າງມີຄວາມຮັບຜິດຊອບສູງ, ກໍາໃຫ້ໄດ້ສະພາບການຕ່າງໆຂອງບ້ານ, ປະຊາຊົນຕ້ອງອອກແຮງທຳການຜະລິດໃຫ້ຫຼາຍ ເພື່ອໃຫ້ເປັນສິນຄ້າ ແນໃສ່ໃຫ້ປະຊາຊົນມີລາຍຮັບກຸ້ມລາຍຈ່າຍ, ສ້າງໃຫ້ແຕ່ລະບ້ານມີຄວາມເຂັ້ມແຂງໜັກແໜ້ນ ກາຍເປັນບ້ານພັດທະນາຮອບດ້ານ.

About admins14