ວຽງທອງ ຈັດພິທີປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າແຫ່ງຊາດ

ໃນວັນທີ 8 ກໍລະກົດ 2022 ຢູ່ ໜອງປາລວມ ບ້ານຈອມທອງ ຄຸ້ມທາດພູວຽງ ເມືອງວຽງທອງ ໄດ້ຈັດພິທີປ່ອຍປາເນື່ອງໃນໂອກາດວັນອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ ແລະ ທັງເປັນວັນຄ້າຍວັນເກີດຂອງ ທ່ານ ສຸພານຸວົງ ຄົບຮອບ 113 ປີ ເຂົ້າຮ່ວມໂດຍ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງ ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ຮອງຫ້ອງການ ແລະ ພະນັກງານ, ທະຫານ-ຕໍາຫຼວດ, ພະສົງ, ພໍ່ຄ້າຊາວຂາຍ, ນັກທຸລະກິດ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.

ທ່ານ ອາລຸນສັກ ປະທໍາມະວົງ ຮອງເຈົ້າເມືອງ ໄດ້ໃຫ້ກຽດຂື້ນກ່າວຈຸດປະສົງ ແລະ ໃຫ້ຄໍາເຫັນໃນການປ່ອຍປາຄັ້ງນີ ກໍ່ເພື່ອເປັນການຈັັດຕັ້ງຜັນຂະຫຍາຍກົດໝາຍ ວ່າດ້ວຍການປະມົງ ແລະ ກົດໝາຍ ວ່າດ້ວຍປ່າໄມ້ ວັນອະນຸລັກສັດນໍ້າ-ສັດປ່າ, ໃນການປ່ອຍສັດນໍ້າຄືນສູ່ທໍາມະຊາດເປັນຂອງປວງຊົນລາວຢ່າງແທ້ຈິງເຮັດໃຫ້ທຸກຄົນມີສ່ວນຮ່ວມກ້ວາງຂວາງ ເວລາໃດກໍ່ຕາມພວກເຮົາທຸກຄົນຕ້ອງໄດ້ເອົາໃຈໃສ່ປົກປັກຮັກສາເພື່ອເປັນມູນລະດົກຕົກທອດເຖີງລູກຫຼານ, ເຮັດໃຫ້ສັດນໍ້າມີຄວາມອຸດົມສົມບູນ ແລະ ມີຄວາມດຸ່ນດ່ຽງທາງດ້ານທຳມະຊາດ ໃຫ້ຄຽງຄູ່ກັບພວກເຮົາຕະຫຼອດໄປ.

ປາທີ່ນໍາມາປ່ອຍໃນຄັ້ງນີ້ມີ 4 ຊະນິດຄື: ປານີນ,ປາປາກ,ປານວນຈັນ ແລະ ປາໄນ,ລວມທັງໝົດ 7.000 ກວ່າໂຕ ປ່ອຍລົງ ໜອງປາລວມບ້ານ ຈອມທອງ ພ້ອມທັງມອບໃຫ້ ບ້ານ ຈອມທອງ ເປັນປົກປັກຮັກສາ ແລະ ຄຸ້ມຄອງຕໍ່ໄປ.

About admins14