ວຽງທອງປະເມີນເມືອງເຂັ້ມແຂງຮອບດ້ານ 5 ດ້ານ, 47 ຕົວຊີ້ບອກ ຕາມທິດ 3 ສ້າງ ປະຈໍາປີ 2022

ໃນວັນທີ່ 1 ສິງຫາ 2022 ຢູ່ຫ້ອງວ່າການ ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມປະເມີນເມືອງເຂັ້ມແຂງຮອບດ້ານ 5 ດ້ານ, 47 ຕົວຊີ້ບອກ ຕາມທິດ 3 ສ້າງ ປະຈໍາປີ 2022 ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງວຽງທອງ ຜູ້ຊີ້ນໍາວຽກພັກ – ພະນັກງານຂັ້ນເມືອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ ແລະ ຄະນະຮັບຜິດຊອບຈາກແຂວງ ເຂົ້າຮ່ວມ.

ກອງປະຊຸມໄດ້ຜ່ານ ຄໍາແນະນໍາຂອງເຈົ້າແຂວງ ສະບັບເລກທີ 03/ຂບຊ, ລົງວັນທີ 12 ມີນາ 2020 ກ່ຽວກັບການປະເມີນຜົນການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ, ດໍາເນີນປະເມີນເມືອງ 5 ດ້ານ ຕາມເນື້ອໃນ 47 ຕົວຊີ້ບອກ, ຜ່ານບົດປະເມີນບ້ານເປັນຫົວໜ່ວຍພັດທະນາ 4 ດ້ານ.

ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຜັດປ່ຽນກັນປະກອບຄຳເຫັນຢ່າງກົງໄປກົງມາ ໃສ່ຟອມປະເມີນຜົນມາດຕະຖານ 5 ດ້ານ, 47 ຕົວຊີ້ບອກຂອງຂະແໜງການຕ່າງໆ ເພື່ອຄວາມເປັນເອກະພາບ ແລະ ຮັບຮອງເອົາ.

About admins14