ວຽງທອງ ປະກາດຄະນະກໍາມະການສຶກສາອົບຮົມວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ

  ໃນວັນທີ 15 ມິຖຸນາ 2022 ທີ່ຫ້ອງປະຊຸມຊັ້ນ II ຫ້ອງວ່າການເມືອງ ວຽງທອງ ແຂວງ ບໍລິຄຳໄຊ ໄດ້ຈັດພິທີປະກາດຄະນະກຳມະການສຶກສາອົບຮົມວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບຂອງເມືອງວຽງທອງ ໂດຍເປັນກຽດເຂົ້າຮ່ວມພິທີຂອງທ່ານ ພັອ ຄຳແດງ ແພງພົງພັນ ຫົວໜ້າການທະຫານກອງບັນຊາການທະຫານແຂວງ ຮອງຄະນະສຶກສາອົບຮົມວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບແຂວງ, ທ່ານ ບົວພັນ ອີນຄຳມະວົງ ຮອງເຈົ້າເມືອງວຽງທອງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ພ້ອມດ້ວຍຄະນະສຶກສາອົບຮົມວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບຂັ້ນແຂວງ, ຂັ້ນເມືອງ ເຂົ້າຮ່ວມ.

 ກອງປະຊຸມ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ເລກທີ 2378 /ກປທ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການສຶກສາອົບຮົມວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບຂັ້ນແຂວງ ແລະ ຜ່ານ ຂໍ້ຕົກລົງ ຂອງເຈົ້າແຂວງ ບໍລິຄຳໄຊ ເລກທີ 73 /ຂບຊ ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການສຶກສາອົບຮົມວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ຂັ້ນເມືອງ.

ຈາກນັ້ນ ຫົວໜ້າຂະແໜງການທະຫານທ້ອງຖີ່ນເມືອງ ກໍ່ໄດ້ຂື້ນຜ່ານບົດສະຫຼຸບການເຄື່ອນໄຫວອົບຮົມຫັດແອບວິຊາພື້ນຖານປ້ອງກັນຕົວໃຫ້ນັກຮຽນຊັ້ນ ມໍ 5 ມໍ6 ມໍ7 ທົ່ວເມືອງວຽງທອງ ປະຈຳສົກປີ 2020 – 2021 ເຊີ່ງໄດ້ລົງຈັດຊຸດອົບຮົມໃຫ້ນ້ອງນັກຮຽນໃນ 3 ໂຮງຮຽນ ຄື: ມສ ວຽງທອງ, ມສ ຈອມທອງ ແລະ ມສ ຫ້ວຍຫອຍ ມີນັກຮຽນເຂົ້າຮ່ວມອົບຮົມທັງໝົດ 927 ຄົນ ຍີງ 338 ຄົນ.

ໃນກອງປະຊຸມ ທ່ານປະທານຍັງໄດ້ມີຄຳຖາມເຈາະຈີ້ມໃຫ້ຜູ້ເຂົ້າຮ່ວມ ໄດ້ພ້ອມກັນປະກອບຄຳຄິດ, ຄຳເຫັນຕໍ່ວຽກງານດັ່ງກ່າວຢ່າງກົງໄປກົງມາ ເພື່ອໃຫ້ມີຄວາມເປັນເອກະພາບກັນ ແລ້ວນຳໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີໃນຕໍ່ໜ້າ.

 

About admin11