ວິທະຍາໄລພຽນຈະເລີນ ມອບໃບປະກາສະນີຍະບັດ ໃຫ້ນັກສຶກສາ 100 ກ່ວາຄົນ ສົກປີ 2021-2022

ໃນຕອນເຊົ້າຂອງວັນທີ 24 ພະຈິກ 2022 ຢູ່ວິທະຍາໄລພຽນຈະເລີນ ໄດ້ຈັດພິທີມອບໃບປະກາສະນີຍະບັດ ໃຫ້ນັກສຶກສາ ປະຈຳສົກປີ 2021 – 2022, ໃຫ້ກຽດເຂົ້າຮ່ວມຂອງທ່ານ ລົມ ແພງສຸກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງບໍລິຄຳໄຊ, ມີຄະນະອຳນວຍການ, ຄູອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.

ວິທະຍາໄລພຽນຈະເລີນ ໄດ້ຮັບອານຸຍາດເປີດການດໍາເນີນການຮຽນ – ການສອນ ຈາກກະຊວງສຶກສາທິ ການ ແລະ ກິລາ ໃນສົກປີ 2004 – 2005, ມາຮອດປັດຈຸບັນ ເປີດການຮຽນການສອນ 2 ສາຂາ: ການເງິນ – ການທະນາຄານ ແລະ ສາຂາ ຄອມພິວເຕີ – ຂໍ້ມຸນຂ່າວສານ, ໄດ້ສ້າງບຸກຄະລາກອນອອກມາຮັບໃຊ້ສັງຄົມຢ່າງຫຼວງຫຼາຍ ເຊັ່ນ: ຈົບປະລິນຍາຕີ 5 ລຸ້ນ ແລະ ຊັ້ນສູງສາຂາວິຊາ ການເງິນ – ການທະນາຄານ 10 ລຸ້ນ, ສາຂາ ຄອມພິວເຕີ – ຂໍ້ມູນຂ່າວສານ 2 ລຸ້ນ.

ມີພະນັກງານບໍລິຫານ ແລະ ຄູ – ອາຈານສອນທັງໝົດ 17 ຄົນ, ຍິງ 5 ຄົນ, ນັກສຶກສາຊັ້ນສູງ ( ສົກສຶກສາ 2021 – 2022) ສາຂາ ການເງິນ – ການທະນາຄານ ຮຸ່ນທີ 15 ມີ 66 ຄົນ ,ຍິງ 45 ຄົນ, ນັກສຶກສາຊັ້ນສູງ ສາຂາຄອມພິວເຕີ-ຂໍ້ມູນຂ່າວສານ ຮຸ່ນທີ 5 ມີ 56 ຄົນ, ຍິງ 30 ຄົນ.

ໂອກາດນີ້ ຍັງໄດ້ມອບໃບຍ້ອງຍໍ ໃຫ້ແກ່ນັກສຶກສາທີ່ຮຽນດີ-ຮຽນເກັ່ງ ໃນລະຍະຜ່ານມາ ເປັນກຽດມອບໂດຍທ່ານ ປອ ບຸນເພັດ ສຸລິວົງສັກ ທີ່ປຶກສາວິທະຍາໄລພຽນຈະເລີນ, ເປັນກຽດມອບໃບປາກາສະນີຍະບັດໃຫ້ແກ່ນັກສຶກສາທັງສອງສາຂາ ໂດຍທ່ານ ລົມ ແພງສຸກ ຫົວໜ້າພະແນກສຶກສາທິການ ແລະ ກິລ າແຂວງບໍລິຄຳໄຊ.

ພາບ-ຂ່າວ: ວິນລີ່

About admins16